ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກຢູ່ແຂວງກວາງນິງ

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງເຮັດວຽກຢູ່ແຂວງກວາງນິງ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຈືອງ​ຮ່​ວາ​ບິ່ງ​ເຮັດ​ວຽກ​ຢູ່​ແຂວງກວາງ​ນິງ
(ພາບ: TTXVN)

(vovworld) - ​​​​​ວັນ​ທີ 13/04, ຢູ່​ນະ​ຄອນ​ຫ້າ​ລອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ໄດ້​ມີ​ການ​ເຮັດ​ວ​ຽກ​ກັບ​ແຂວງກວາງ​ນິງ ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ​ເຂດ​ບໍ​ລິ​ຫານ​ເສດ​ຖະ​ກິດ​ພິ​ເສດ ເວີນ​ດົ່ນ ເພື່ອ​ກະ​ກຽ​ມ​ໃຫ້​ການ​ສ້າງ​ຮ່າງກ​ົດ​ໝາຍ​ວ່າ​ດ້ວຍ​ຫົວ​ໜ່ວຍ​ບໍ​ລິ​ຫານ​ເສດ​ຖະ​ກິດ​ພິ​ເສດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ ເນັ້ນ​ໜັກ​ວ່າ: ຄວາມ​ຮຽກ​ຮ້ອງ​​ຕ້ອງ​ການທີ່​ໄດ້​ວາງ​ອອກ​ສຳ​ລັບ​ການກໍ່​ສ້າງ​ເຂດ​ບໍ​ລິ​ຫານ - ເສດ​ຖະ​ກິດ​ພິ​ເສດ​ເວີນ​ດົ່ນ ນັ້ນແມ່ນ​ຕ້ອງ​ສ້າງ​ກົ​ງ​ຈັກ​ບໍ​ລິ​ຫານ​ທັນ​ສະ​ໄໝ, ກະ​ທັດ​ລັດ, ມີ​ຜົນ​ສັກ​ສິດ, ​ປະ​ສິດ​ທິ​ຜົນ, ​ໄດ້​ຮັບ​ການ​ແບ່ງ​ຂັ້ນ​ຢ່າງ​ແຮງ​ກ່ຽວ​ກັບ​ສິດ​ອຳ​ນາດ​ໃນ​ການ​ຄຸ້ມ​ຄອງ; ສ້າງ​ຕັ້ງ​ບັນ​ດາ​​​ລະ​ບ​ຽບ​ການບໍ​ລິ​ຫານ; ການ​ລົງ​ທຶນ, ການ​ຄ້າ​ຕາມ​ມາດ​ຖານ​ສາ​ກົນ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຮຽກ​ຮ້ອງ​ໃຫ້​ແຂວງກວາງ​ນິງ ຕ້ອງ​ເປັນ​ເຈ​ົ້າ​ການ, ສ້າງ ແລະ ສະ​ເໜີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ປະ​ສິດ​ສະ​ເພາະ​ໂດຍ​ໄວ, ພິ​ເສດ​ແມ່ນ​ສຳ​ລັບ​ເວີນ​ດົ່ນ ເພື່ອ​​ລະ​ບຸ​ໄວ້​ໃນ​ກົດ​ໝາຍ, ຮັບ​ປະ​ກັນ​ລັກ​ສະ​ນະ​​ພົ້ນ​ເດັ່ນ, ມີ​ກຳ​ລັງ​ແກ​່ງ​ແຍ້ງ​ກັບ​ພາກ​ພື້ນ ແລະ ສາ​ກົນຢ່າງ​ພຽງ​ພໍ​.

ຕອບກັບ

ຂ່າວ/ບົດ​ອື່ນ