ຮອງນາຍົກລັດຖະມົນຕີເວືອງດິງເຫ້ວ ເປັນປະທານກອງປະຊຸມກ່ຽວກັບການກໍ່ສ້າງຊົນນະບົດໃໝ່ແບບຢ່າງ

(VOVWORLD) -ແກນກາງແມ່ນຍົກສູງຄຸນນະພາບຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນເຂດຊົນນະບົດຢ່າງກະໂດດຂັ້ນ.

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວ ເປັນປະທານກອງປະຊຸມກ່ຽວກັບການກໍ່ສ້າງຊົນນະບົດໃໝ່ແບບຢ່າງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວກ່າວຄຳເຫັນທີ່ກອງປະຊຸມ

(ພາບ:TTXVN/ Thanh Chung)

ຕອນເຊົ້າວັນທີ 16 ເມສາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ, ຫົວໜ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດຫວຽດນາມ ໄດ້ເຊັນຂໍ້ຕົກລົງຮັບຮອງເອົາເມືອງຢາວຖຸຍ, ແຂວງນາມດິ້ງ, ຫວຽດນາມ ບັນລຸມາດຕະຖານເປັນເມືອງຊົນນະບົດໃໝ່ປີ 2017 ນີ້ແມ່ນເມືອງທີ 50 ໃນຈຳນວນທັງໝົດ 713 ເມືອງຂອງຫວຽດນາມ ທີ່ບັນລຸໄດ້ມາດຕະຖານຊົນນະບົດໃໝ່ ແລະ ສະເພາະແຂວງນາມດິ້ງແລ້ວ ນີ້ແມ່ນເມືອງທີ 5 ໃນຈຳນວນ 10 ເມືອງ, ນະຄອນຂຶ້ນກັບແຂວງບັນລຸມາດຕະຖານ ຄື ເມືອງ ຫາຍເຮົ້າ, ຫງາຍຮືງ, ຈືກນິງ ແລະ ຊວນເຈື່ອງ. ສິ່ງເຫຼົ່ານັ້ນ, ແມ່ນການປະກອບສ່ວນບໍ່ໜ້ອຍເຂົ້າໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດ ແລະ ພັດທະນາເສດຖະກິດສັງຄົມຂອງຫວຽດນາມ.

ກ່ອນໜ້ານັ້ນ, ວັນທີ 15 ເມສາ, ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດກ່ຽວກັບການຜັນຂະຫຍາຍການກໍ່ສ້າງຮູບແບບເຂດຊຸມຊົນຊົນນະບົດໃໝ່ແບບຢ່າງ, ສວນແບບຢ່າງ, ທີ່ນະຄອນຮ່າຕິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່າ ການກໍ່ສ້າງ  ຊົນນະບົດໃໝ່ແມ່ນໜຶ່ງໃນບັນດາວິວັດການປະຕິບັດເປັນປະຈຳ ແລະ ລຽນຕິດ. ການກໍ່ສ້າງເຂດຊຸມຊົນຊົນນະບົດໃໝ່ ແບບຢ່າງ, ສວນແບບຢ່າງ ຈະສ້າງພື້ນຖານສຳຄັນ ເພື່ອມຸ່ງໄປເຖິງການກໍ່ສ້າງຕາແສງ ຊົນນະບົດໃໝ່ແບບຢ່າງ ແລະ ເມືອງຊົນນະບົບແບບຢ່າງ, ໃນນັ້ນ, ແກນກາງແມ່ນຍົກສູງຄຸນນະພາບຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນເຂດຊົນນະບົດຢ່າງກະໂດດຂັ້ນ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກະຊວງ, ທ້ອງຖິ່ນທີ່ຄວນກໍ່ສ້າງຊົນນະບົດໃໝ່ຕິດພັນກັບການສ້າງໂຄງປະກອບກະສິກຳຄືນໃໝ່, ພັດທະນາເສດຖະກິດເຂດຊົນນະບົດ ແລະ ວິວັດການຫັນເປັນຕົວເມືອງ; ສຶກສາຄົ້ນຄວ້າ, ພັດທະນາບັນດາຮູບແບບຊົນນະບົດໃໝ່ແບບຢ່າງ, ສວນແບບຢ່າງຕິດພັນກັບການທ່ອງທ່ຽວເຂດຊຸມຊົນ Homestay; ຊຸກຍູ້ການຮ່ວມກຸ່ມຜະລິດ, ຖືເປັນສຳຄັນການໜູນຊ່ວຍບັນດາຮູບແບບສະຫະກອນແບບໃໝ່, ເຊື່ອມຕໍ່ກັບວິສາຫະກິດ ແລະ ຕະຫຼາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ