ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບອະດີດນາຍົກລັດຖະມົນຕີລາວ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບອະດີດນາຍົກລັດຖະມົນຕີລາວ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ຕ້ອນ​ຮັບ
​ທ່ານ ບົວ​ສອນ ບຸບ​ຜາ​ວັນ, ຫົວ​ໜ້າ​ສະ​ຖາ​ບັນຄົ້ນ​ຄວ້າ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ
(ພາບ: TTXVN)

(vovworld) -​ ​ຕອນ​ບ່າຍ​ວັນ​ທີ 08/12, ຢູ່ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ ບົວ​ສອນ ບຸບ​ຜາ​ວັນ, ຫົວ​ໜ້າ​ສະ​ຖາ​ບັນຄົ້ນ​ຄວ້າ​ເສດ​ຖະ​ກິດ​ແຫ່ງ​ຊາດ​ລາວ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ ສປປ.ລາວ ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ບົວ​ສອນ ບຸບ​ຜາ​ວັນ ໃຫ້​ຮູ້​ວ່າ, ສະ​ຖາ​ບັນຄົ້ນ​ຄວ້າ​ສະ​ຖະ​ກິດ​ແຫ່ງ​ຊາດ​ລາວ ແມ່ນ​ອົງ​ການ​ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ເພື່ອ​ແນ​ໃສ່​ຄົ້ນ​ຄວ້າ, ເປັນ​ເສ​ນ​ທິ​ການ​ໃຫ້​ພັກ, ລັດ ລາວ ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ປະ​ຈຸ​ບັ​ນ, ສະ​ຖາ​ບັນ​ໄດ້​ຮ່ວມ​ມື​ກັບ​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ເພື່ອ​ຄົ້ນ​ຄວ້າ, ແບ່ງ​ປັນ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຢູ່​ແຕ່​ລະ​ປະ​ເທດ ກໍ​ຄື​ຂອງ 2 ປະ​ເທດ. ທ່ານກໍ່​ປາດ​ຖະ​ໜາ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ ​ຈະໜູນ​ຊ່ວຍ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ຖາ​ບັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ​ກໍ່ສະ​ເໜີໃຫ້ 2 ສະ​ຖາ​ບັນ​ຕ້ອງ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ສົ​ມ​ທົບ​ກັນ, ຄົ້ນ​ຄວ້າ​ເພື່ອ​ເປັນ​ເສ​ນາ​ທິ​ການ​ໃຫ້​ລັດ​ຖະ​ບານ 2 ປະ​ເທດ ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ຕິດ​ຕໍ່​ 2 ພື້ນ​ຖານ​ເສດ​ຖະ​ກິດ. ນອກນັ້ນ, 2 ຝ່າຍ​ຄວນສືບ​ຕໍ່​ຄົ້ນ​ຄວ້າ​ບັນ​ດາ​ນະ​ໂຍ​ບາຍ​ດຶງດ​ູດ​ການ​ລົງ​ທຶນ, ນະ​ໂຍ​ບາຍ​ກ່ຽວ​ກັບ​ທີ່​ດິນ, ພາ​ສີ​ອາ​ກອນ ແລະ ການ​ເຊື່ອມ​ຕໍ່​ດ້າ​ນ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ