ຮອງນາຍົກລັດຖະມົນຕີເວືອງດີງເຫວ້ຕ້ອນຮັບຮອງປະທານທະນາຄານໂລກຮັບຜິດຊອບພາກພື້ນອາຊີ-ປາຊີຟິກ

ຮອງນາຍົກລັດຖະມົນຕີເວືອງດີງເຫວ້ຕ້ອນຮັບຮອງປະທານທະນາຄານໂລກຮັບຜິດຊອບພາກພື້ນອາຊີ-ປາຊີຟິກ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫ​ວ້
​ຕ້ອນຮັບທ່ານນາງ​ Victoria Kwa Kwa
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ ​ ທີ່​ການ​ຕ້ອນຮັບທ່ານນາງ​ Victoria Kwa Kwa ຮອງ​ປະທານ​ທະນາຄານ​ໂລກ​ຮັບຜິດຊອບ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໃນ​ຕອນ​ບ່າຍ​ວັນ​ທີ 02/06, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫ​ວ້ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ຕີ​ລາຄາ​ສູງ ​ແລະ ນັບຖື​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ທະນາຄານ​ໂລກ​ສຳລັບ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ປະກອບສ່ວນ​ຊ່ວຍ ຫວຽດນາມ ບັນລຸ​ໄດ້ຜົນງານ​ຫລາຍ​ຢ່າງພໍ​ສົມຄວນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ ຄື​ປະຈຸ​ບັນ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຖື​ວ່າ: ​ໃນ​ແຜນ​ນະ​ໂຍບາຍ​ເຊື່ອມ​​ໂຍງ, ​ເລື່ອງ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ, ພິ​ເສດ​ແມ່ນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຈະ​ສ້າງ​ໃຫ້​ກາລະ​ໂອກາດ​ຫລາຍ​ຢ່າງ ​​ແຕ່ກໍ່​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້ ຫວຽດນາມ. ດັ່ງ​ນັ້ນ, ຫວຽດນາມ ປາດ​ຖະໜາ​ວ່າທະນາຄານ​ໂລກຈະ​ສືບ​ຕໍ່ໜູນ​ຊ່ວຍ ​ເພື່ອ​ໃຫ້ ຫວຽດນາມ​ ​ໄດ້​ຊົມ​ໃຊ້​ປະ​ໂຫຍ​ດຫລາຍ​ສຸດ​ຈາກ​ສັນຍາ​ນີ້, ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ - ສັງຄົ​ມ​ແບບ​ຍືນ​ຍົງ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ຫວຽດນາມ ພວມ​ຊອກ​ຫາ​ມາດ​ຕະການ​ຍູ້​ໄວ​ການ​​ແກ້​ໄຂໜີ້​ເສຍ, ສືບ​ຕໍ່​ສ້າງ​ໂຄງ​ປະກອບ​ບັນດາ​ອົງການສິນ​ເຊື່ອຄືນ​ໃໝ່, ​ແກ້​ໄຂ​ບັນດາ​ອົງການ​ສິນ​ເຊື່ອອ່ອນ​ດ້ອຍຢ່າງ​ມີ​ປະສິດທິ​ຜົນ. ນີ້​ແມ່ນບັນຫາທີ່​ຍາກ​ ​ແລະ ຫວຽດນາມ ​ປາດ​ຖະໜາ​ຢາກ​​ໄດ້​ຮັບ​ຄຳ​ປຶກສາ​ຈາກທະນາຄານ​ໂລກ​. ທ່ານ​ຮອງນາຍົກລັດຖະມົນຕີກໍ່ສະ​ແດງຄວາມ​ຫວັງ​ວ່າ ທະນາຄານ​ໂລກຈະ​ຊ່ວຍ ຫວຽດນາມ ພັດທະນາ​ຕະຫລາດພັນທະບັດ​ວິ​ສາ​ຫະກິດ​ໂດຍ​ໄວ​, ກໍ່​ສ້າງກົນ​ໄກ ​ເພື່ອ​ສາມາດ​ລະດົມ​ແຫຼ່ງກຳລັງ​ຂອງ​ສັງຄົມ.

        ສ່ວນ​ທ່ານ​ນາງ Victoria Kwa Kwa ຮອງ​ປະທານ​ທະນາຄານ​ໂລກ​ຮັບຜິດຊອບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນ​ຫາ​ສຳຄັນ​ແມ່ນ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ, ​ບໍລິຫານ​ນະ​ໂຍບາຍ​ຕາມ​ກົນ​ໄກ​ການ​ຕະຫລາດ​ຫລາຍ​ກ່າວ​ອີກ, ນັບ​ທັງ​ນະ​ໂຍບາຍ​ເງິນຕາ, ອັດຕາ​​ແລກປ່ຽນ​ເງິນ​ຕ່າ​ຕ່າງປະ​ເທດ, ຮັບປະກັນ​ຄວາມ​ດຸ່ນດ່ຽງ​ລະຫວ່າງ​ຈຸດໝາຍ​ເຕີບ​ໂຕ ​ແລະ ​ເສດຖະກິດ​ມະຫາ​ພາກ​ເປັນ​ປົ​ກກະຕິ. ທະນາຄານ​​ໂລກ​ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ເດີນ​ທາງ, ຮ່ວມ​ມື​ກັບ​ບັນດາອົງການ​ກ່ຽວຂ້ອງ​ຂອງ ຫວຽນດາມ ​ເພື່ອ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ກ່ຽວຂ້ອງ​​ເຖິງນະ​ໂຍບາຍ​ປີ​ການ​ເງິນ ​ແລະ ​ເງິນຕາ.

ຂ່າວ/ບົດ​ອື່ນ