ຮອງນາຍົກລັດຖະມົນຕີເວືອງດິງເຫ້ວຢ້ຽມຢາມເຂດປູຊະນີຍະສະຖານ ຈວງບົ່ນ,ເງະອານ

ຮອງນາຍົກລັດຖະມົນຕີເວືອງດິງເຫ້ວຢ້ຽມຢາມເຂດປູຊະນີຍະສະຖານ ຈວງບົ່ນ,ເງະອານ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວືອງ​ດິງ​ເຫ້ວ​
ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຈວງ​ບົ່ນ,ເງະ​ອານ)

(vovworld) – ຕອນ​ບ່າຍ​ວັນ​ທີ 07/05, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ, ໄ​ດ້​ໄປ​ຢ້ຽມ​ຢາມ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ ຈ​ວງ​ບົ່ນ, ຢູ່​ເມືອ​ງ​ພູ​ດອຍ ໂດ​ເລືອງ, ແຂວງ ເງະ​ອານ ແລະ ສຳ​ຫຼວດ​ບາງ​ໂຄງ​ການ​ລົງ​ທຶນ​ໃນ​ບໍ​ລິ​ເວັນ​ແຂວງ. ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ກໍ​ໄດ້​ໄປ​ສຳ​ຫຼວດ​ບາງ​ໂຄງ​ການ​ທ່າ​ກ່ຳ​ປັ່ນ​ຢ​ູ່​ຕາ​ແສງ ງີ​ເຊີນ, ເມືອງ ງ​ີ​ໂລກ. ນີ້​ແມ່ນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສຳ​ຄັນ ມີ​ຄວາມ​ໝາຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ແຂວງ, ປະ​ກອບ​ສ່ວນ​ເພີ່​ມ​ລ​າຍ​ຮັບ​ງົບ​ປະ​ມານ​ໃຫ້​ທ້ອງ​ຖິ່ນ ແລະ ສູນ​ກາງ, ເມື່ອ​ບັນ​ດາ​ໂຄງ​ການນີ້​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ສະ​ເໜີ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ປະ​ຕິ​ບັດການກໍ່​ສ້າງ​​ບັນ​ດາ​ຈິດ​ຈະ​ກຳຍ່ອຍ​​ຖືກ​ຕາມ​ຄຳ​ໝັ້​ນ​ສັນ​ຍາ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົດ​ຄອງ​ແຂວງ ເງະ​ອານ ມ​ີ​ຄວາມມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ກວ່າ​ອິກ ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອ​ມ​ໝັ້ນ​ຄົງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ເມື່ອ​ຜະ​ລິດ​, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ