ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມ,ເຮັດວຽກຢູ່ແຂວງຢາລາຍ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມ,ເຮັດວຽກຢູ່ແຂວງຢາລາຍ - ảnh 1
ທ່ານ ເວືອງດິ່ງເຫ້ວ ເຮັດວຽກຢູ່ແຂວງ ຢາລາຍ
(ພາບ: nhandan.com.vn)

(vovworld) –  ວັນ​ທີ 28/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິງ​ເຫ້ວ ​ໄດ້​ລົງ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ແຂວງ ຢາ​ລາຍ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 5 ​ເດືອນ​ຕົ້ນ​ປີ 2016. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິງ​ເຫ້ວ ສະ​ເໜີ​ແຂວງ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ພື້ນຖານ ​ແລະ ​ຂ້ຽວ​ຂາດ​ກ່ວາ​ເພື່ອ​ແນ​ໃສ່​ຮັບປະກັນ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປີ 2016 ​ໄດ້​ວາງ​ອອກ.  ກ່ອນ​ອື່ນ​ໝົດ, ​ແຂວງ ຢາ​ລາຍ ສືບ​ຕໍ່​ປະຕິບັດ​ບັນດາ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ໜູນ​ຊ່ວຍ ​ແລະ ພັດທະນາ​ວິ​ສາ​ຫະກິດ​ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ ​ແລະ ​ເໝາະ​ສົມ.


ຂ່າວ/ບົດ​ອື່ນ