ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຢ້ຽມຢາມແລະເຮັດວຽກຢູ່ບັນດາປະເທດອາຟະລິກາ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງລັດຖະບານບັນດາປະເທດຄື: ນີເຊເຣຍ, ກາເມີຣູນ ແລະ ອາຟະລິກາໃຕ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາປະເທດທະວີບອາຟະລິກາ ດັ່ງກ່າວໃນລະຫວ່າງວັນທີ 28 ຕຸລາ ຫາວັນທີ 06 ພະຈິກ.

ການຢ້ຽມຢາມເຖິງ 3 ປະເທດອາຟະລິກາ ດັ່ງກ່າວຂອງທ່ານຮອງນາຍົກລັດຖະມົນຕີ ເວື້ອງດິ່ງເຫ້ວ ແມ່ນມີຄວາມໝາຍສຳຄັນສຳລັບການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ກັບບັນດາປະເທດດັ່ງກ່າວ. ສຳລັບອາຟະລິກາ, ນີ້ແມ່ນການຢ້ຽມຢາມຂັ້ນສູງຄັ້ງທຳອິດລະຫວ່າງ 2 ລັດພາຍຫຼັງໄລຍະເວລາ 15 ປີ, ນັບແຕ່ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟານວັນຂ໋າຍ ເມື່ອປີ 2004. ນີ້ກໍ່ແມ່ນການຢ້ຽມຢາມລະດັບສູງສຸດລະຫວ່າງ 2 ຝ່າຍ ນັບແຕ່ເມື່ອຫວຽດນາມ ສ້າງຕັ້ງການພົວພັນທາງການທູດກັບ ນີເຊເຣຍ (ປີ 1972) ແລະ ກັບ ກາເມີຣູນ (ປີ 1976) ມາຮອດປະຈຸບັນ.

        ຢູ່ແຕ່ລະປະເທດ, ຄາດວ່າ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຈະມີການພົບປະກັບການນຳບັນດາປະເທດ, ການນຳລັດຖະສະພາ, ບັນດາພັກການເມືອງ…, ເຂົ້າຮ່ວມເວທີປາໄສໂດຍບັນດາກະຊວງ, ຂະແໜງການຂອງ 2 ຝ່າຍຈັດຕັ້ງ ແລະ ຢື້ຢາມຖາມຂ່າວພະນັກງານການທູດ, ພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ບັນດາປະເທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ