ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການດຳເນີນອາຊີບ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການດຳເນີນອາຊີບ - ảnh 1
(ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວ
ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ)

(vovworld) - ວັນ​ທີ 21/09, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ສ້າງ​ລະ​ບົບ​ຊີ​ວະ​​ພາບດຳ​ເນີນ​ອາ​ຊ​ີບ​ປ່ຽນ​ໃໝ່​ຢ່າງ​ມີ​ຫົ​ວ​ຄິດ​ປະ​ດິດ​ສ້າງ - ບົດ​ຮຽນ​​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​​ຈາກ​ອິດ​ສະ​ຣາ​ແອນ” ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່​າ​ໂນ້ຍ, ສະ​ຖານ​ທູດອິ​ດ​ສະ​ຣາ​ແອນ ປະ​ຈຳ​ຫວຽດ​ນາມ ແລະ ກຸ່​ບ​ບໍ​ລິ​ສັດ FPT ພ້ອມ​ກັນ​ຈັດ​ຕັ້ງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ ໃຫ້​ຮູ້​ວ່າ, ໃນ​ຂົງ​ເຂດ​ດຳ​ເນ​ີນ​ອາ​ຊ​ີບ, ການ​ປະ​ດິດ​ສ້າງ, ອິດ​ສະ​ຣານ​ແອນ ໄ​ດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ດຳ​ເນີນ​ອາ​ຊີບ​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ໂລ​ກ ແລະ ຫວຽດ​ນາມ ຕ້ອງ​ຮ່ຳ​ຮຽນ​​ນຳປະ​ເທດນີ້. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ປາດ​ຖະ​​ໜາວ່​າ ບັນ​ດາ​ປະ​ຊາ​ຄົມ​ດຳ​ເນີນ​ອາ​ຊີບຕ້ອງມີຄວາມ​​ແ​ຂງກ້າກວ່າອ​ີກ, ຍ້ອມ​ຮັບ​ຄວາມ​ສ່ຽງ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ກ​າ​ນ​ຮ່ວມ​ມື, ສ້າງວັດ​ທະ​ນະ​ທຳ​ດຳ​ເນີນ​ອາ​ຊ​ີບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ກໍ່​ປາດ​ຖ​ະ​ໜາ​ວ່າ ນະ​ຄອນ​ຮ່າ​ໂນ້ຍ ​ສາ​ມາດ​ກາຍ​ເປັນ​ແຫ່ງ​​ປະ​ຕິ​ບັດທົດ​ລອງບ​ັນ​ດາ​ລະບ​ອບ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​​ສູນ​ກາງ​ດຳ​ເນີນ​ອາ​ຊີບ​ຂອງ​ປະ​ເທດ.

ຂ່າວ/ບົດ​ອື່ນ