ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມສະພາທີ່ປຶກສາດ້ານນະໂຍບາຍການເງິນ,ເງິນຕາແຫ່ງຊາດ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເປັນປະທານກອງປະຊຸມສະພາທີ່ປຶກສາດ້ານນະໂຍບາຍການເງິນ,ເງິນຕາແຫ່ງຊາດ - ảnh 1
(​ກອງ​ປະຊຸມ​ສາ​ມັນທ້າຍ​ປີ 2016)

(vovworld) - ຕອນ​ບ່າຍ​ວັນ​ທີ 21/12, ສະພາ​ທີ່​ປຶກສາ​ດ້ານ​ນະ​ໂຍບາຍ​ການ​ເງິນ,​ ເງິນຕາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ສາ​ມັນທ້າຍ​ປີ 2016, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ກຳ​ມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ, ປະທານ​ສະພາ. ບັນດາ​ຄຳ​ເຫັນ​ສ່ວນ​ຫຼາຍ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ການ​ບໍລິຫານ​ນະ​ໂຍບາຍ​ການ​ເງິນ, ​ເງິນຕາ ​ແລະ ການ​ສົມທົບ​ກັນ​ລະຫວ່າງ 2 ນະ​ໂຍບາຍ​ດັ່ງກ່າວ​ໃນ​ຈຸດໝາຍ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​​ເຟີ້ ​ແລະ ໜູນ​ຊ່ວຍ​ການ​ເຕີບ​ໂຕ. ບັນດາ​ສະມາຊິກ​​ໃນ​ສະພາ​ສະ​ເໜີ, ລັດຖະບານ​ເດັດ​ດ່ຽວ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ສິ້ນ​ເຊື່ອ​, ກຸ່ມ​ວິ​ສາ​ຫະກິດ, ການ​ລົງທຶນ​ພາກ​ລັດຄືນ​ໃໝ່... ທ່າ​ນຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ສະ​ເໜີ​ໃຫ້​ສະພາ​ສືບ​ຕໍ່​ຕິດຕາມ​ຢ່າງ​ໃກ້ຊິດ ​ແລະ ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ​ຢ່າງ​ລະອຽດ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ຕີ​ລາຄາ​ສູງ​ຄຳ​ສະ​ເໜີ​ແນະຂອງ​ບັນດາສະມາຊິກ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ 5 ຂົງ​ເຂດ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​​ໃນປະຈຸ​ບັນ, ​ເພື່ອ​ປຸກ​ລຸກ​ແຫຼ່ງກຳລັງ​ພັດທະນາ​ກ່ຽວ​ກັບ​ລະບອບ ​ແລະ ນັບ​ທັງ​ແຫຼ່ງກຳລັງ​ດ້ານເສດຖະກິດ​​​ໃຫ້​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ