ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບປະກັນສັງຄົມຫວຽດນາມ

ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບປະກັນສັງຄົມຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​
ເຮັດ​ວຽກ​ກັບ​ປະກັນ​ສັງຄົມ ຫວຽດນາມ
(ພາບອິນເຕີແນັດ)

(vovworld) - ວັນ​ທີ 08/06 ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ​ເຮັດ​ວຽກ​ກັບ​ປະກັນ​ສັງຄົມ ຫວຽດນາມ. ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ຖື​ວ່າ: ​ເພື່ອ​ປະຕິບັດ​ຄາດໝາຍ​ຮອດ​ປີ 2020  ທົ່ວ​ປະ​ເທດ​ຈະ​ມີ 50% ກຳລັງ​ແຮງ​ງານ​ເຂົ້າ​ຮ່ວມ​ປະ​ກັນ​ສັງຄົມ​ ​ແລະ 35% ​ເຂົ້າ​ຮ່ວມ​ປະກັນ​ວ່າງ​ງານ, ປະກັນ​ສັງຄົມ ຫວຽດນາມ ຄວນ​ສົມ​ທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ສະ​ເໜີ​ຕໍ່​ລັດຖະບານ​ປະກາດ​ໃຊ້​ມະຕິ, ມອບຕົວ​ເລກ​ຄາດໝາຍ​ບັງຄັບຜູ້​ອອກ​ແຮງ​ງານປະຕິບັດ​ປະກັນ​ສັງຄົມ​. ສຳລັບການ​ພັດທະນາ​ປະກັນ​ວ່າງ​ງານ, ທ່ານ​ຮອງ​ນາຍົກລັດຖະມົນຕີຖືວ່າ: ປະກັນ​ສັງຄົມ ຫວຽດນາມ ຕ້ອງ​ຊອກ​ຫາ​ບັນດາ​ມາດ​ຕະການ ​ເພື່ອ​ຮັກ​ສາຜູ້​ອອກ​ແຮງ​ງານ​ໃນ​ລະບົບ, ບໍ່​ປະ​ໃຫ້​ເຂົາ​ເຈົ້າ​ອອກ​ຈາກ​ລະບົບ​ປະກັນ​ໄພ; ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ເປັນ​ເຈົ້າ​ການ​ກວດກາ, ຕັ້ງໜ້າ​ປັບປຸງລະບົບ​ເອກະສານ​ແນະນຳ​ປະຕິບັດ​ກົ​ດ​ໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ​ແລະ ປະກັນ​ສຸຂະພາບ(ສະບັບ​ປັບປຸງ) ​​ໃຫ້​ສຳ​ເລັດໂດຍ​ໄວ.

ຂ່າວ/ບົດ​ອື່ນ