ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບແຂວງຕວຽນກວາງ

ຮອງນາຍົກລັດຖະມົນຕີເວືອງດີງເຫວ້ເຮັດວຽກກັບແຂວງຕວຽນກວາງ - ảnh 1
ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້
ເຮັດວຽກກັບແຂວງຕວຽນກວາງ

(vovworld) – ​ ວັນ​ທີ 18/06 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຕວຽນ​ກວາງ. ທີ່​ການ​​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຕວຽນ​ກວາງ ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເວື​ອງດີງ​ເຫວ້ ສະ​ເໜີ​ແຂວງ ຕວຽນ​ກວາງ ສຸ​ມ​ໃສ່​ຍູ້​ແຮງ​ການ​ລົງທຶນ​ພາກ​ລັດ, ພິ​ເສດ​ແມ່ນ​ການ​ໃຊ້​ຈ່າຍ​ພາກ​ລັດ, ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຂ້າງ, ຫຍຸ້ງຍາກ ​ເພື່ອ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນການ​ລົງທຶນພາກ​ລັດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ແຂວງ ຕວຽນ​ກວາງ ຄວນ​ເຮັດ​ແຈ້ງ​ບັນດາ​ທິດ​ທາງ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່, ຈຸດສຸມ​ກ່ຽວ​ກັບການ​ພັດທະນາອຸດສາຫະກຳ, ການ​ທ່ອງ​ທ່ຽວ, ການ​ບໍລິການ ກໍ່​ຄື​ການ​ພັດທະນາ​ວິ​ສາ​ຫະກິດ ​ແລະ ຊັບຊ້ອນ​ຄືນ​ໃໝ່​ບັນດາ​ບໍລິສັດ​ກະສິກຳ, ປ່າ​ໄມ້. ​ແຂວງ ຕວຽນ​ກວາງ ​ແມ່ນ​ແຂວງທີ່​ມີ​ຄວາມ​ສາມາດ​ບົ່​ມຊ້ອນ ທ່າ​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ ດ້ວຍປູຊະນີຍະ​ຖານ​ປະ​ຫວັດ​ສາ​ດ​ເກືອບ 500​ ແຫ່ງ, ທ່ານ​ຮອງນາຍົ​ກລັດຖະມົນຕີ ​ເວື​ອງດີງ​ເຫວ້ ສະ​ເໜີ​ແຂວງ ຕວຽນ​ກວາງ ສຸ​ມ​ໃສ່​ພັດທະນາ​ການທ່ອງທ່ຽວ​ປະ​ຫວັດ​ສາດ, ກາ​ນທ່ອງ​ທ່ຽວ​ກັບ​​ເມືອກົກ​ເຄົ້າ​ເຫງົ້າ​ກໍ, ການຢ້ຽມຢາມ, ພັກຜ່ອນ​ບຳລຸງ​ສຸ​ຂະ​ພາບ, ປີ່​ນປົວ​ພະຍາດ ​ແລະ ທ່ອງ​ທ່ຽວ​ຊີວະ​ພາບ.

ຂ່າວ/ບົດ​ອື່ນ