ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກຢູ່ແຂວງເງະອານ

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກຢູ່ແຂວງເງະອານ - ảnh 1
ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວເຮັດວຽກຢູ່ແຂວງເງະອານ
(ພາບ: baonghean)

(vovworld) –  ວັນ​ທີ 8/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ​ໄດ້​ເຮັດ​ວຽກ​ຢູ່​ເມືອງ ຢຽນ​ເຈົາ, ​ແຂວງ ​ເງະ​ອານ, ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ບໍ​ລິ​ເວນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ​້ວ ​ເຫັນ​ດີ​ເຫັນ​ພ້ອມ​ກັບ​​ແຜນ​ນະ​ໂຍບາຍ​ຫັນປ່ຽນ​ໂຄ​ງປະກອບ​ເສດຖະກິດ​ຂອງ​​ແຂວງ ​ເປັນ​ພັດທະນາ​ອຸດສາຫະກຳ, ການທ່ອງທ່ຽວ​ຢ່າງ​ແຮງ. ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ​້ວ ສະ​ເໜີ​ເມືອງ ຢຽນ​ເຈົາ ສຸມ​ໃສ່​​ແຫຼ່ງກຳລັງ​ຈາກ​ງົບປະມານ ​ແລະ ຫັນ​ເປັນ​ສັງຄົມ​ເພື່ອ​ໃຫ້​ບັນດາ​ຕາ​ແສງ​ໃນ​ເມ​ືອງບັນ​ລຸ​ໄດ້​ຄາດໝາຍ, ມາດຖານ​ຊົນນະບົດ​ໃໝ່.


ຂ່າວ/ບົດ​ອື່ນ