ຮອງນາຍົກຫວູວັນນິງເປັນປະທານກອງປະຊຸມຂອງຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ

ຮອງນາຍົກຫວູວັນນິງເປັນປະທານກອງປະຊຸມຂອງຜູ້ປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ​ ເປັນ​ປະທານ​ກອງ​
ປະຊຸມ​ຂອງ​ຄະນະປະ​ຈຳ​ການ​ຄະນະຊີ້​ນຳ
(ພາບ: VGP/Thanh Chung)

(vovworld) – ​​​ ​ຕອນ​ບ່າຍ​ວັນ​ທີ 3/6, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ​ເປັນ​ປະທານ​ກອງ​ປະຊຸມ​ຂອງ​ຄະນະປະ​ຈຳ​ການ​ຄະນະຊີ້​ນຳ, ​ໃຫ້​​ຄວາມ​ເຫັນ​ກ່ຽວ​ກັບ​​ແຜນ​ນະ​ໂຍບາຍ​ລົງທຶນ​​ໃຫ້​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2016 – 2020. ຈຸດໝາຍ​ສັງ​ເຂ​ບຂອງ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ​ໃໝ່​ແມ່ນ​ຍູ້​​ແຮງ​ຄວາມໄວ​ໃນ​ການຫລຸດຜ່ອນ​ຄວາມທຸກ​ຍາກ, ຈຳກັດ​ຄວາມທຸກ​ຍາກ​ຄືນ​ໃໝ່; ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ຄົນ​ທຸກ​ຍາກ, ຄອບຄົວ​ທຸກ​ຍາກ​ຢູ່​ບັນດາ​ເຂດ​ທຸກ​ຍາກ ​ໄດ້​ສຳ​ພັດ​ກັບບັນດາ​ການບໍລິການ​ສັງຄົມ​​ໂດຍ​ພື້ນຖານ​​ໃຫ້ດີ​ທີ​່ສຸດ, ປະກອບສ່ວນ​​ໃຫ້ຫລຸດຜ່ອນ​ຈຳນວນຄອບ​ຄົວ​ທຸກ​ຍາກສະ​ເລ່ຍທົ່ວ​ປະ​ເທດ​ແຕ່ 1 – 1.5%/ປີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ສືບ​ຕໍ່​ກຳນົດ​ບັນດາ​​ໂຄງການ​ທີ່ຮັບ​ໃຊ້​ໃຫ້​ວຽກງານ​ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງ​ລະອຽດ​ກ່ວາ​, ຈັດ​​ແບ່ງທຶນ​ໃນ​ລະດັບ​ສູງສຸດ​ທີ່​ສາມາດ​ເປັນ​ໄປ​ໄດ້ໃຫ້​ໂຄງການ.


ຂ່າວ/ບົດ​ອື່ນ