ຮອງປະທານຄະນະພັກການທະຫານສູນກາງ ຈີນ ຕ້ອນຮັບພົນໂທ ຫງວຽນຈີ໋ວິ້ງ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ສປ.ຈີນ ແລະ ເຂົ້າຮ່ວມເວທີປາໄສຮ່ວມມືຂັ້ນສູງ “ຂອບອ້ອມ ແລະ ແລວທາງ” ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ
ຮອງປະທານຄະນະພັກການທະຫານສູນກາງ ຈີນ ຕ້ອນຮັບພົນໂທ ຫງວຽນຈີ໋ວິ້ງ - ảnh 1ທ່ານພົນໂທ ຫງວຽນຈີ໋ວິ້ງ ແລະ  ພົນໂທ ຟ່ານຈ໋າງຫຼົງ

ວັນທີ 12 ພຶດສະພາ, ທ່ານພົນໂທ ຫງວຽນຈີ໋ວິ້ງ ກຳມະການ ປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະກັບທ່ານພົນໂທ ຟ່ານຈ໋າງຫຼົງ ກຳມະການກົມການເມືອງ, ຮອງປະທານຄະນະພັກການທະຫານສູນກາງ ຈີນ. ທ່ານພົນໂທ ຫງວຽນຈີ໋ວິ້ງ ຢືນຢັນວ່າ ຝ່າຍ ຫວຽດນາມ ຖືເປັນສຳຄັນທີ່ສຸດການຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການພົບປະແລກປ່ຽນຂັ້ນສູງຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ຈະມາເຖິງຂອງທ່ານພົນໂທ ຟ່ານຈ໋າງຫຼົງ, ຖືນີ້ແມ່ນເຫດການສຳຄັນໃນການພົວພັນຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ. ຝ່າຍ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ການຢ້ຽມຢາມ ຫວຽດນາມ ຂອງທ່ານພົນໂທ ຟ່ານຈ໋າງຫຼົງ ແລະ ເຫດການພົບປະແລກປ່ຽນຂັ້ນສູງຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4 ດຳເນີນຢ່າງຈົບງາມ, ບັນລຸປະສິດທິຜົນກ່ຽວກັບດ້ານການເມືອງ, ປ້ອງກັນຊາດ ກໍ່ຄືໂຄສະນາ, ບໍ່ພຽງແຕ່ສຳລັບກອງທັບເທົ່ານັ້ນ ຫາກຍັງສຳລັບການພົບພັນ 2 ປະເທດອີກດ້ວຍ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ການນຳຂັ້ນສູງກະຊວງປ້ອງກັນປະເທດ 2 ປະເທດແລກປ່ຽນເຊິ່ງກັນ ແລະ ກັນໃນລະດັບສູງຍຸດທະສາດ, ປະກອບສ່ວນເຂົ້າໃນການປັບປຸງສາຍພົວພັນລະຫວ່າງ 2 ພັກ, ປະຊາຊົນ ແລະ ກອງທັບ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ