ຮອງປະທານນາທິບໍດີ Angola ຢ້ຽມຢາມບັນດາແຂວງພາກໃຕ້ຫວຽດນາມ

ຮອງປະທານນາທິບໍດີ Angola ຢ້ຽມຢາມບັນດາແຂວງພາກໃຕ້ຫວຽດນາມ - ảnh 1
ທ່ານຮອງປະທານາທິບໍດີ Angola Fernando Dias Dos Santos
(ພາບ: baomoi.com)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າວັນ​ທີ 14/2, ທ່ານ​ຮອງ​ປະທານາທິບໍດີ Angola Fernando Dias Dos Santos ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕ່ຽນຢາງ, ຢ້ຽມຢາມ​ຮາກ​ຖານລ້ຽງ​​ປູກ​ສິນ​ໃນ​ນ້ຳ​ໃນ​ບໍລິ​ເວນ​ແຂວງ. ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 13/2, ຢູ່​ນະຄອນ​ໂຮ່​ຈີ​ມິນ, ທ່ານ​ຮອງ​ປະທາ​ນາ​ທິບໍດີ Angola Fernando Dias Dos Santos​ ​ໄດ້​ມີ​ການ​ພົບ​ປະກັບ​ການ​ນຳ​ນະຄອນ​ໂຮ​່ຈີ​ມິນ. ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງ​ກັວນ ​ໄດ້​ແນະນຳ​ໂດຍ​ຫຍໍ້ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ພາຍຫຼັງ​ການ​ຢ້ຽມຢາມຫວຽດນາມ​ຂອງ​ທ່ານ​ຮອງ​ປະທານ​າທິບໍດີ Angola ຄັ້ງ​ນີ້, ການ​ພົວພັນ​ທາງ​ດ້ານການ​ເມືອງ ​ແລະ ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ​ກັບ Angola ​ເວົ້າ​ສະ​ເພາະ​ຈະ​ນັບ​ມື້​ນັບ​ພັດທະນາ. ຄະນະ​ກໍ​ໄດ້​ໄປ​ຢ້ຽມຢາມ​ບາງ​ຮາກ​ຖານ​ຜະລິດ​ຢູ່​ບັນດາ​ແຂວງ ບິນ​ເຟືອ​ກ, ບິນ​ເຢືອງ ​ແລະ ນະຄອນ​ໂຮ່ຈີ​ມິ​ນ. ຕອນ​ບ່າຍ​ວັນ​ທີ 14/2, ທ່ານ​ຮອງ​ປະທານາທິບໍດີ Angola Fernando Dias Dos Santos ​​ໄດ້​ເດີນທາງ​ກັບ​ເມືອ​ປະ​ເທດ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ