ຮອງປະທານປະເທດ Nguyen Thi Doan ເຈລະຈາ ກັບ ນາຍົກລັດຖະມົນຕີ ໄທ

ຮອງປະທານປະເທດ Nguyen Thi Doan ເຈລະຈາ ກັບ ນາຍົກລັດຖະມົນຕີ ໄທ - ảnh 1
ທ່ານນາງຮອງປະທານປະເທດຫວຽດນາມ ແລະ ທ່ານນາງນາຍົກລັດຖະມົນຕີໄທ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ພິທີ​ຕ້ອນຮັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຢ່າງ​ເປັນ​ທາງ​ການ​ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ເມື່ອ​ຕອນ​ບ່າຍ​ວັນ​ທີ 22/6, ຢູ່​ສຳນັກງານ​ນາຍົກລັດຖະມົນຕີ ລາຊະ​ອານາຈັກ ​ໄທ. ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ນາງຮ​ອງ ປະທານ​ປະ​ເທ​ດ Nguyen Thi Doan ມີ​ການ​ເຈລະຈາ ກັບ​ທ່ານ​ນາ​ງນາຍົກລັດຖະມົນຕີ ​ໄທ ຍິງຣັກ ຊິນ​ນະ​ວັດ. ທ່ານ​ນາງຮ​ອງປະທານ​ປະ​ເທ​ດ Nguyen Thi Doan ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​​ການ​ພັດທະນາ​ການ​ພົວພັນມິດຕະພາບ​ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ໄທ ເປັນ​ສຳ​ຄັນ, ນັບທັງ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ສ່ວນ​ທ່າ​ນນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນ​ນະ​ວັດ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ປັບປຸງ​ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາຍ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ທີ່​ເຄີຍ​ມີ​ມາ​ກ່ອນ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ພົບ​ປະ​ແລກປ່ຽນ​ປະຊາຊົນ, ​ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ, ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ລັດຖະບານ​ລວມຄັ້ງ​ທີ 2 ​ແລະ ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຄັ້ງ​ທີ 1 ​ໃນ​ປີ​ນີ້ ​ເພື່ອ​ວາງ​ອອກ​ບັນດາ​ມາດ​ຕະການ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ລະອຽດ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ລົງທຶນ, ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ ​ແລະ ຫຼຸດຜ່ອນ​ການ​ນຳ​ເຂົ້າ​ເກີນ​ດຸ່ນຂອງ​ຫວຽດນາມ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ສືບ​ຕໍ່​ແບ່ງປັນ​ຂໍ້​ມູນ​ຂ່າວ, ສົມທົບ​ກັນ​ໃນ​ຂົງ​ເຂດ​ສົ່ງ​ອອກ​ເຂົ້າສານ, ສົ່ງ​ເສີມ​ການ​ເຈລະຈາ, ​ເຊັນ​ຂໍ​້ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ໂດຍ​ໄວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ, ​ແມ່ຍິງ ​ແລະ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ, ​ເປີດ​ກ້ວາງ​ບັນດາ​ຮູບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ ​ແລະ ວັດທະນະທຳ, ​ໃນ​ນັ້ນ​ມ​ີ​ເລື່ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ຫວຽດນາມ ມີ​ສູນ​ພາສາ ​ແລະ ວັດທະນະທຳ ຢູ່ ​ໄທ ​ເພື່ອ​ສອນ​ພາສາ​ຫວຽດ ​ແລະ ​ເຜິ​ຍ​ແຜ່​ວັດທະນະທຳ​ຫວຽດນາມ. 2 ຝ່າຍ​ກໍ​ເປັນ​ເອກະ​ພາບ​​ສົ​ມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ພໍ່​​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ​ມີ​ຊີວິດ​ເປັນ​ປົກຕິ, ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ໄທ ກໍ​ຄື​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ