ຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ

(VOVWORLD) - ຕອນເຊົ້າວັນທີ 22 ກຸມພາ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ ໂດຍທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ ໄທ. ພາຍຫລັງກ່ວາ 40 ປີ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ໄທ ນັບມື້ນັບມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ວັດທະນະທຳ, ສັງຄົມ, ກົດໝາຍ…ເມື່ອຕີລາຄາສູງການຮ່ວມມືໃນຂົງເຂດຕຸລາການ, ສານລະຫວ່າງ ຫວຽດນາມ - ໄທ ໃນໄລຍະຜ່ານມາ, ທ່ານນາງຮອງປະທານປະເທດເນັ້ນໜັກວ່າ: ການຮ່ວມມືດັ່ງກ່າວໄດ້ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກ່ວາ.

        ສ່ວນທ່ານ ຈິບ ຈຸລາມົນ ປະທານສານສູງສຸດ ໄທ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນແນໃສ່ເພີ່ມທະວີການພົວພັນລະຫວ່າງອົງການຍຸຕິທຳ 2 ປະເທດກ່ວາອີກ, ຫັນບັນດາເນື້ອໃນເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສານສູງສຸດ 2 ປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ຈິບ ຈຸລາມົນ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສານ 2 ປະເທດຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ