ຮອງປະທານປະເທດ ດັ້ງທິງອັກທິ້ງ ມອບຂອງຂວັນຢູ່ ເທື່ອທຽນ -ເຫ້ວ

(VOVWORLD) - ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຈຳນວນເງິນ 700 ລ້ານດົ່ງເພື່ອກໍ່ສ້າງເສັ້ນທາງຊົນນະບົດໃໝ່ ແລະ ກໍ່ສ້າງຫໍວັດທະນະທຳຕາແສງ ຟູ໋ວາງ, ເມືອງ ຟູ໋ວາງ.

ຕອນບ່າຍວັນທີ 24 ມັງກອນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ພ້ອມກັບຄະນະປະຕິບັດງານໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ມອບທຶນການສຶກສາໃຫ້ນັກຮຽນທຸກຍາກແຕ່ມັກຮຽນ… ຢູ່ແຂວງເທື່ອທຽນເຫ້ວ.

        ຢູ່ຕາແສງ ວີງຟູ໋, ເມືອງ ຟູ໋ວາງ, ທ່ານນາງຮອງປະທານປະເທດ ໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນຕາແສງ ຫວີງຟູ໋, ເມືອງ ຟູ໋ວາງ. ກິດຈະກຳມີມູນຄ່າ ການກໍ່ສ້າງທັງໝົດແມ່ນ 5 ຕື້ດົ່ງ, ກໍ່ສ້າງໃນເນື້ອທີ່ດິນ 20.000 ຕາແມັດ. ກໍ່ຢູ່ທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບຈຳນວນເງິນ 700 ລ້ານດົ່ງເພື່ອກໍ່ສ້າງເສັ້ນທາງຊົນນະບົດໃໝ່ ແລະ ກໍ່ສ້າງຫໍວັດທະນະທຳຕາແສງ ຟູ໋ວາງ, ເມືອງ ຟູ໋ວາງ. ພ້ອມກັນນັ້ນ, ໄດ້ມອບຂອງຂວັນປີໃໝ່ 250 ພູດ, ແຕ່ລະພູດມີມູນຄ່າ 6 ແສນດົ່ງເພື່ອຊ່ວຍຄົນພິການຕາຢູ່ເທດສະບານ ຟູ໋ດາ; ມອບຂອງຂວັນ 250 ພູດໃຫ້ເດັກນ້ອຍພິການຢູ່ນະຄອນ ເຫ້ວ,  ແຕ່ລະພູດມີມູນຄ່າ 5 ແສນດົ່ງ; ມອບທຶນການສຶກສາໃຫ້ແກ່ເດັກນ້ອຍທຸກຍາກຂອງໂຮງຮຽນມັດທະຍົມຕອນຕົ້ນ ຟູ໋ເມົ້າ, ເມືອງ ຟູ໋ວາງ, ແຕ່ລະພູດມີມູນຄ່າ 6 ແສນດົ່ງ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 2 ຄອບຄົວເປົ້າໝາຍນະໂຍບາຍຢູ່ນະຄອນເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ