ຮອງປະທານປະເທດ ດັ້ງທິງອັກທິ້ງ ຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ມອບທຶນການສຶກສາຢູ່ແຂວງບີ່ງທ້ວນ

(VOVWORLD) -  ຕອນບ່າຍວັນທີ 15 ມັງກອນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບທຶນການສຶກສາ 200 ທຶນໃຫ້ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຢູ່ 4 ເມືອງໃນບໍລິເວນແຂວງ
ຮອງປະທານປະເທດ ດັ້ງທິງອັກທິ້ງ ຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ມອບທຶນການສຶກສາຢູ່ແຂວງບີ່ງທ້ວນ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ມອບທຶນສຶກສາໃຫ້ເດັກນ້ອຍທຸກຍາກ 200 ທຶນ

ວັນທີ 15 ມັງກອນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ຫງວຽນທິຢວຽນ (ເກີດປີ 1934) ຜູ້ມີລູກ  9 ຄົນ, ໃນນັ້ນມີ 4 ຄົນເຂົ້າຮ່ວມການຕໍ່ຕ້ານ ອາເມລິກາ ກູ້ຊາດ ແລະ 2 ຄົນໄດ້ເສຍສະຫຼະຊີວິດ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ເຄົາລົບ ແລະ ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ຂອງບັນດາຄອບຄົວນະໂຍບາຍ, ບັນດາແມ່ ຫວຽດນາມ ວິລະຊົນ, ສະແດງສິນທຳທີ່ວ່າ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງ ຊາດ ຫວຽດນາມ, ພ້ອມທັງປາດຖະໜາວ່າ ແມ່ຈະສືບຕໍ່ລະດົມໃຫ້ລູກຫຼານປະຕິບັດບັນດານະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂອງອຳນາດການປົກຄອງທ້ອງຖິ່ນເປັນຢ່າງດີ.

        ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຮັດວຽກກັບຄະນະພັກເມືອງ, ຄະນະກຳມະການປະຊາຊົນເມືອງ ດົ່ງຟູ໋, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ ແລະ ຄອບຄົວທຸກຍາກຢູ່ທ້ອງຖິ່ນ.

        ຕອນບ່າຍວັນທີ 15 ມັງກອນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ມອບທຶນການສຶກສາ 200 ທຶນໃຫ້ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຢູ່ 4 ເມືອງໃນບໍລິເວນແຂວງ, ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ, ມອບເຮືອນແຫ່ງສາຍຈິດມິດໃຈ 3 ແຫ່ງທີ່ມີມູນຄ່າ 50 ລ້ານດົ່ງໂດຍບັນດານັກອຸປະຖຳມອບໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ