ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງໃຫ້​ກາ​ນ​ຕ້ອນ​ຮັບ​ຜູ້​ວ່າ​ການລັດ Queensland

(VOVWORLD) -ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງໄດ້ໃຫ້ການຕ້ອນຮັບ ຜູ້ວ່າການລັດ Queensland, ອົດສະຕາລີ Paul De Jersey ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຢ່າງເປັນທາງການ.
ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງໃຫ້​ກາ​ນ​ຕ້ອນ​ຮັບ​ຜູ້​ວ່າ​ການລັດ Queensland - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ແລະ ຜູ້ວ່າການລັດ Queensland, ອົດສະຕາລີ Paul De Jersey (ພາບ: ເລີມແຄ້ງ/TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງໄດ້ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີເວົ້າລວມ, ກັບລັດ Queensland ເວົ້າສະເພາະ, ພວມພັດທະນາຢ່າງແຮງ, ເປັນຕົ້ນແມ່ນພາຍຫຼັງສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະ ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນມີນາ ປີ 2018. ກ່ຽວກັບບັນດາການພົວພັນແລກປ່ຽນ, ການຮ່ວມມືເສດຖະກິດ, ທ່ານນາງຮອງປະທານປະເທດຖືວ່າ: ຫວຽດນາມ ແລະ ອົດສະຕາລີຍັງມີ ຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອ ດຂຸດຄົ້ນຊຶ່ງຈະ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ. ທ່ານຮອງປະທານປະເທດສະແດງຄວາມເຊື່ອໝັ້ນວ່າ ລັດ Queensland ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກ, ກາຍເປັນທ້ອງຖິ່ນນຳໜ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ.ພອ້ມທັງປາດຖະໜາວ່າ ລັດ Queensland  ຈະມີບັນດາໂຄງການຮ່ວມມືທີ່ດີກ່ວາອີກກັບ ຫວຽດນາມໃນຂົງເຂດການສຶກສາ, ບຳລຸງສ້າງນັກສຶກສາ, ບຳລຸງສ້າງຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານບັນດາຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຂອງ ຫວຽດນາມ.

        ສ່ວນທ່ານ Paul De Jersey ໄດ້ຕີລາຄາສູງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືຄືການທ່ອງທ່ຽວ, ກະສິກຳ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານ Paul De Jersey ປາດຖະໜາວ່າ ລັດ Queensland ແລະ ນະຄອນ ໂຮ່ຈີມິນເວົ້າສະເພາະ, ຫວຽດນາມເວົ້າລວມຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງຄື ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ