ຮອງປະທານປະເທດ ດັງທິຫງອກທິງ ຕ້ອນຮັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງຫວຽດນາມ

(VOVWORLD) -  ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ສຳນັກງານປະທານປະເທດ, ທ່ານ ນາງ ຮອງປະທານປະເທດ ຫວຽດນາມ ດັງທິຫງອກທິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດດີເດັ່ນ ທີ່ຂຶ້ນກັບສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງຫວຽດນາມ. 
ຮອງປະທານປະເທດ ດັງທິຫງອກທິງ ຕ້ອນຮັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງຫວຽດນາມ - ảnh 1

ກ່າວຄຳເຫັນຕໍ່ກັບນັກທຸລະກິດ 100 ຄົນ ທີ່ຕາງໜ້າໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ດີເດັ່ນຂອງ ຫວຽດນາມ, ທ່ານ ນາງ ຮອງປະທານປະເທດ ໄດ້ຮັບຮູ້ ແລະ ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງວິສາຫະກິດ, ນັກທຸລະກິດໃນການປະຕິບັດວຽກງານ “ຕອບບຸນແທນຄຸນ”, ເຄື່ອນໄຫວເພື່ອການກຸສົນໃນສັງຄົມ. ທ່ານ ນາງ ຮອງປະທານປະເທດ ຢັງຢືນວ່າ: ວິສາຫະກິດເອກະຊົນແມ່ນກຳລັງໜູນເສດຖະກິດທີ່ສຳຄັນຂອງປະເທດຊາດ; ພັກ, ລັດ, ລັດຖະບານຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ. ທ່ານນາງ ຮອງປະທານປະເທດ ປາຖະໜາວ່າ: ບັນດາວິສາຫະກິດ, ນັກທຸລະກິດຈະມານະພະຍາຍາມຜ່ານຜ່າສິ່ງທ້າທາຍ; ສ້າງເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງຄວາມແກ້ງແຍ້ງໃຫ້ແກ່ສິນຄ້າຫວຽດນາມ; ປະກອບສ່ວນຕັ້ງໜ້າ,  ເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ”, ວຽກງານເພື່ອການກຸສົນຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ