ຮອງປະທານປະເທດ ທ່ານນາງ ດັ້ງທິ້ຫງ໊ອນທິ້ງ ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ

(VOVWORLD) - ຕອນຄໍ່າວັນທີ 07 ພຶດສະພາ, ຄະນະຜູ້ແທນຫວຽດນາມ ນຳໂດຍ ຮອງປະທານປະເທດ ທ່ານ ນາງ ດັ້ງທິ້ຫງ້ອກທິ້ງ, ເດີນທາງມາເຖິງ ນະຄອນຫຼວງ Ulan Bator, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ ແຕ່ວັນທີ 07-10 ພຶດສະພາ 2017

ການຢ້ຽມຢາມ ມົງໂກນ ຂອງຮອງປະທານປະເທດ ທ່ານ ນາງ ດັ້ງທິ້ຫງ້ອກທິ້ງ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ມົງໂກນ, ຊຸກຍູ້ການຮ່ວມມືເສດຖະກິດ, ເປີດກວ້າງຂອບຂະໜາດການຄ້າ, ເພີ່ມທະວີການຮ່ວມມືແຮງງານ, ສຶກສາ, ວັດທະນະທຳ, ການທ່ອງທ່ຽວ… ຕອນເຊົ້າວັນທີ 08 ພຶດສະພາ, ທ່ານ ນາຍົກລັດຖະມົນຕີ ມົງໂກນ Jargaltulgyn Erdenebat ເປັນປະທານພິທີຕ້ອນຮັບທາງການ ແລະ ການເຈລະຈາ ກັບ ຮອງປະທານປະເທດ ທ່ານ ນາງ ດັ້ງທິ້ຫງ້ອກທິ້ງ.

 


ຕອບກັບ

ຂ່າວ/ບົດ​ອື່ນ