ຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມແຂວງ ຕວຽນກວາງ

ຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມແຂວງ ຕວຽນກວາງ - ảnh 1
ທ່ານຮອງປະທານປະເທດ ລາວ ຢ້ຽມຢາມ ແຂວງຕວຽນກວາງ
(ພາບ: tuyenquang.gov)

(vovworld) – ຕອນ​ຄຳ່​ວັນ​ທີ 19/7, ຢູ່​ເທດສະບານ​ຕວຽນ​ກວາງ, ການ​ນຳ​ແຂວງ ຕວຽນ​ກວາງ ​ໄດ້​ຈັດ​​ງານ​ລ້ຽງ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນ​ສູງ ສປປ ລາວ ​ໂດຍ​ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ນຳ​ໜ້າ ທີ່​ພວມ​ຢູ່​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ປະຊາຊົນ ລາວ ທີ່ມາ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3. ທ່ານ​ປະທານ​ສະພາ​ປະຊາຊົນ​ແຂວງ ຕວຽນ​ກວາງ Nguyen Sang Vang ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຄະນະ​ຜູ້​ແທນ​ປະຊາຊົນ​ ລາວ ສະ​ແດງ​​ໃຫ້​ເຫັນ​ນ້ຳ​ໃຈ​ທີ່​ເລິກ​ເຊິ່ງ, ສາຍ​ພົວພັນ​ສາມັກຄີ​ມິ​ດຕະພາບ, ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ ບຸ​ນຍັງ ວໍລະ​ຈິດ, ຜູ້​ປະຈຳການ​ຄະນະ​ເລຂາ, ຮອງ​ປະທານ​ປະ​ເທດ​ ສປປ ລາວ ​​ໃຫ້​ຮູ້​ວ່າ:

​ສຽງທ່ານ ບຸນຍັງ ວໍລະຈິດ

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 19/7, ທີ່​ການ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ແຂວງ ຕວຽນ​ກວາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ສປ​ປ ລາວ, ທ່ານ​ປະທານ​ສະພາ​ປະຊາຊົນ​ແຂວງ ຕວຽນ​ກວາງ Nguyen Sang Vang ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ຕວຽນ​ກວາງ ກຽມພ້ອມ​ທີ່​ຈະ​ຮ່ວມ​ມື​, ​ແບ່ງປັນ​ບົດ​ຮຽນ​ກັບ​ບັນດາ​ແຂວງ​ຂອງ​​ລາວ, ພິ​ເສດ​ແມ່ນ​ໃນ​ການ​ພັດທະນາ​ຕົ້ນ​ຊາ, ຜະລິດ​ກະສິກຳ.​.​.​ ປະກອບສ່ວນ​ຢ່າງ​ແທ​ດຈິງ​ພ້ອມ​ກັບ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ສືບ​ຕໍ່​ເພີ່​ມທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດນາມ - ລາວ.

​ແລະ ກໍ​ໃນ​ວັນ​ດຽວກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ລາວ ​ແລະ ຄະນະ​ຜູ້​ແທນ​ທີ່ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​ໄດ້​ໄປ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຕິວັດ ​ເຕີນ​ຈ່າວ, ​ຕາ​ແສງ ​ເຕີນ​ຈ່າວ, ​ເມືອງ ​ເຊີນ​ເຢືອງ ​ແລະ ​ເຂ​ດປູຊະນີ​ຍະສະ​ຖານ​ປະຕິວັດ​ລາວ ຢູ່​ຕາ​ແສງ ໝີ​ບັ່ງ, ​ເມືອງ ອຽນ​ເຊີນ, ​ແຂວງ ຕວຽນ​ກວາງ.

 

ຕອບກັບ

ຂ່າວ/ບົດ​ອື່ນ