ຮອງ​ປະທານ​ປະ​ເທດ ສປ ຈີນ ຢ້ຽມຢາມ​ຫວຽດນາມ

ວັນ​ທີ 20/12, ທ່ານ​ຮອງ​ປະທານ​ປະ​ເທດ ສປ ຈີນ ສື່​ຈີ້ນ​ພິ່ງ ​ໄດ້​ເລີ່​ມຕົ້ນ ການ​​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ທີ່​ແກ່ຍາວ​​ເຖິງ​ວັນ​ທີ 22/12. ​ເນື່ອງ​ໃນ​ໂອກາດ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ທ່ານ ຫຼີວກວາ​ຍ​ມິນ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ປະທານ​ປະ​ເທດ ສື່​ຈີ້ນ​ພິ່ງ ຈະ​ມີ​ການ​ເຈລະຈາ ​ແລະ ພົບ​ປະ​ກັບ​ການ​ນຳ​ຫວຽດນາມ, ​ເພື່ອ​ແນ​ໃສ່​ແລກປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ການ​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ 2 ພັກ, 2 ລັດ ​ແລະ ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ເລິກ​ເຊິ່ງກ່ວາ​ອີກ. 2 ຝ່າຍ​ຈະ​ພ້ອມ​ກັນ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຈຳນວນ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ຂົງ​ເຂດ: ສາ​ທາ​ລະນະ​ສຸກ, ​ເສດ​ຖະກິດ, ການ​ຄ້າ ..​.​ ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ ​ໃນ​ປະຈຸ​ບັນ, ທ່ານ ຫຼີວກວາ​ຍມິນ ​ໃຫ້​ຮູ້​ວ່າ: “ພາຍຫລັງ 61 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ, ​ເບິ່ງ​ລວມ​ແລ້ວ,ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການພັດທະນາ​ຢ່າງ​ດີງາມ, 2 ຝ່າຍ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ, ການພົບ​ປະ​ແລກປ່ຽນ​ຂັ້ນ​ສູງ​ໄດ້​ດຳ​ເນີນ​ໄປ​ເປັນ​ປະຈຳ ​ແລະ ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆໄດ້​ຮັບ​ການ​ຊຸກຍູ້​ເທື່ອ​ລະ​ກ້າວ, ນຳ​ມາ​ເຊິ່ງໝາກຜົນ​ອັນ​ແທດ​ຈິງ​ໃຫ້​ແກ່ ປຊຊ 2 ປະ​ເທດ. ຈີນ ຫວັງ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານຮອງ​ປະ​ທານ​ປະ​ເທດ ສື່​ຈີ້ນ​ພິ່ງ ຄັ້ງນີ້​ຈະ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ 2 ປະ​ເທດ ​ໃຫ້ພັດທະນາ​ກ້າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”.

 

ຂ່າວ/ບົດ​ອື່ນ