ຮອງປະທານປະເທດ ສປຈີນ ສື່ຈີ້ນພິ່ງ ຢ້ຽມຢາມ ຫວຽດນາມ ເປັນທາງການ

ຮອງປະທານປະເທດ ສປຈີນ ສື່ຈີ້ນພິ່ງ ຢ້ຽມຢາມ ຫວຽດນາມ ເປັນທາງການ - ảnh 1
(ພາບ:http://vnexpress.)

ພິທີ​ຕ້ອນຮັບ​ ກຳມະການ​ປະ​ຈຳ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດ ສປ ຈີນ ສື່​ຈີ້​ນພິ່ງ ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ​ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/12 ຢູ່ ຮ່າ​ໂນ້ຍ. ພາຍຫຼັງ​ພິທີ​ຕ້ອນຮັບ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ຫວຽດນາມ ​ເລ​ຮົ່ງ​ແອ​ງ, ​​ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ ​ແລະ ກຳມະການ​ປະ​ຈຳ​ກົມ​ການ​ເມືອງ, ຮອງ​ປະທານ​ປະ​ເທດ ສປ ຈີນ ສື່​ຈີ້​ນພິ່ງ ​ໄດ້​ດຳ​ເນີນ​ການ​ເຈລະຈາ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຍົກ​ສູງ​ບົດບາດ​ຂອງຄະນະ​ກຳມະການຊີ້​ນຳການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ຈີນ; ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນທຸກ​ຂັ້ນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ສັນຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ສາທາລະນະ​ສຸກ, ການ​ສຶກສາ, ວິທະຍາສາດ​ເຕັກນິກ, ຖະ​ແຫຼ​ງຂ່າວ ​ໂທລະ​ຄົມ…

​ເມື່ອ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຝ່າຍ​ຫວຽດນາມ​ຢືນຢັນ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຝ່າຍ​ຈີນ ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ, ​ເຄົາລົບ​ນັບຖື ​ແລະ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຢ່າງ​ຊອບ​ທຳ​ຂອງ​ກັນ, ​ໂດຍ​ອີງ​ໃສ່​ຄວາມ​ຮັບ​ຮູ້​ລວມ ​ເຊິ່ງບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ປະກອບ ສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຊີ້​ນຳ​ຄະນະ​ເຈລະຈາ​ຂັ້ນ​ສູງ​ຂອງ​ລັດຖະບານ​ສອງ​ປະ​ເທດ ປະຕິບັດ​ຂໍ້​ຕົກລົງ ກ່ຽວ​ກັບບັນດາ​ຫຼັກການ​ທີ່​ເປັນ​ພື້ນຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ໃນ​ທະ​ເລ​ຫວຽດນາມ - ຈີນ ຢ່າງ​ເຂັ້ມ​ງວດ.

ພາຍຫຼັງ​ການ​ເຈລະຈາ, ບັນດາ​ການ​ນຳ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ສຳຄັນ 8 ສະບັບ. ​ໃນ​ນັ້ນ​ມີ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ​ລັດຖະບານ​ຈີນ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ສາທາລະນະ​ສຸກ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ ຫວຽດນາມ ກັບ​ຫ້ອງການ​ສື່​ມວນ​ຊົນ​ການ​ຕ່າງປະ​ເທດ​ລັດຖະບານ​ຈີນ, ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ກັບ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ ​ໄລຍະ 2012-2013.

ຂ່າວ/ບົດ​ອື່ນ