ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະອະດີດນັກໂທດການເມືອງ ນະຄອນໂຮ່ຈິມິນ

ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບຄະນະອະດີດນັກໂທດການເມືອງ ນະຄອນໂຮ່ຈິມິນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ຕ້ອນຮັບ​ຄະນະ​ຜູ້​ແທນ​​ອະດີດ​ນັກ​ໂທດ​ການ​ເມືອງ, ສະ​ເລິ​ຍ​ເສິກ
(ພາບ: ktdt.com.vn)


(vovworld) -     ຕອນ​ບ່າຍວັນ​ທີ 28/11, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​​ອະດີດ​ນັກ​ໂທດ​ການ​ເມືອງ, ສະ​ເລິ​ຍ​ເສິກ​ເມືອງ 6, ນະຄອນ​ໂຮ່ຈິ​ມິນ 53 ຄົນ ​ເນື່ອງ​ໃນ​ໂອກາດ​ຄະນະມາ​ຢ້ຽມຢາມ​ນະຄອນຫຼວງ ​ແລະ ​ເຂົ້າ​ຢ້ຽມ​ສູ້​ສານ​ປະທານ​ໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ເມືອງ 6 ນະຄອນ​ໂຮ່ຈິ​ມິນ ຍາມ​ໃດ​ກໍ​ປະຕິບັດ​​ໜ້າ​ທີ່​​ການ​ເມືອງ​ຂອງ​ທ້ອງ​ຖິ່ນເປັນ​ຢ່າງ​ດີ, ພັດທະນາຖະກິດ​ຢ່າງເປັນ​ປົກກະຕິ, ຮັກສາສະຖຽນ​ລະ​ພາບດ້ານການ​ເມືອງ​, ຄວາມ​ປອດ​ໄພ​ທາງ​ສັງຄົມ, ປົວ​​ແປ່​ງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເທື່ອ​ລະ​ກ້າວ, ຮັບປະກັນ​ຊີວິດ​ສັງຄົມ, ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​​ແກ່ອະດີດ​ນັກ​ໂທດ​ການ​ເມືອງ, ສະ​ເລິ​ຍ​ເສິກ, ຜູ້​ມີ​ຄຸນງາມຄວາມດີ​ຕໍ​ການ​ປະຕິວັດ​​ຢ່າງ​ທັນ​ການ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຫວັງ​ວ່າ ບັນດາອະດີດ​ນັກ​ໂທດ​ການ​ເມືອງ, ສະ​ເລິ​ຍ​ເສິກ​ເມືອງ 6, ນະຄອນ​ໂຮ່ຈິ​ມິນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ​ກ້າຫານ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສືບ​ຕໍ່​ແມ່ນ​ແບບຢ່າງ​ໃຫ້​ລຸກ​ຫຼານ​ຮໍ່າຮຽນ​ຕາມ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ຢູ່​ທ້ອງ​ຖິ່ນ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສ່ວຍ​ງາມ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ