ຮອງປະທານປະເທດ ຫງວຽນທິຢວານ ມອບທຶນການສຶກສາ ໃຫ້ນັກຮຽນທຸກຍາກແຂວງ ນາມດິ້ງ, ແຂວງ ທ໋າຍບິ່ນ

ຮອງປະທານປະເທດ ຫງວຽນທິຢວານ ມອບທຶນການສຶກສາ ໃຫ້ນັກຮຽນທຸກຍາກແຂວງ ນາມດິ້ງ, ແຂວງ ທ໋າຍບິ່ນ - ảnh 1
ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ມອບທຶນສຶກສາໃຫ້ບັນດານັກຮຽນປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ
(ພາບ:haibinhtv.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/8, ຢູ່​ແຂວງ ນາມ​ດິ້ງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາໜູນ​ຊ່ວຍ​ - ກອງ​ທຶນ​ໜູນ​ຊ່ວຍ​ເດັກນ້ອຍ ຫວຽດນາມ, ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ກອງ​ທຶນ​ໜູ​ນຊ່ວຍ​ເດັກ​ນ້ອຍ​ ຫວຽດນາມ ​ແລະ ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ມອບ​ທຶນ​ສຶກສາ “ພ້ອມ​ກັບ​ນ້ອງ​ໄປ​ຮຽນ” 118 ທຶນ​ໃຫ້​ແກ່​ນັກຮຽນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຕ່​ຮຽນ​ເກັ່ງ​ໃນ​ບໍລິ​ເວັນ​ແຂວງ. ຊຸມ​ປີຜ່ານມາ, ກອງ​ທຶນ​ໜູນ​ຊ່ວຍ​ເດັກນ້ອຍ ຫວຽດນາມ ​ແລະ ກອງ​ທຶນ​ສຶກສາ “ພ້ອມ​ກັບ​ນ້ອງ​ໄປ​ຮຽນ”  ​ໄດ້​ໄປ​ເຖິງ​ນັກຮຽນ​ທຸກ​ຍາກ​ຢູ່ 44 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ມອບ​ຂອງ​ຂວັນ​ນັບ​ໝື່ນ​ພູດ ດ້ວຍ​ມູນ​ຄ່ານັບ​ສິບ​ຕື້​ດົ່ງ. ສະ​ເພາະກອງ​ທຶນ​ໜູນ​ຊ່ວຍ​ເດັກນ້ອຍ ​ແຂວງ ນາມ​ດິ້ງ, ​ໄລ່​ຮອດ​ເດືອນ 6/2013 ​ໄດ້​ປຸກລະດົມ​ເງິນໄດ້​ກ່ວາ 2,5 ຕື້​ດົ່ງ​ເພື່ອ​ມອບ​ທຶນ​ສຶກສາ​ດ້ວຍ​ເງິນສົດ, ລົດຖີບ​ໃຫ້​​ເດັກນ້ອຍ​ກ່ວາ 500 ຄົນ, ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ເດັກນ້ອຍ​ຖືກ​ພະຍາດ ​ແລະ ເດັກພິການມາ​ແຕ່​ເກີດ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ກ່ວາ 20.000 ​ເທື່ອ​ຄົນ.
      ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 19/8, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ລົງ​ຢ້ຽມຢາມ ​ແລະ ​ມອບ​ຂອງຂວັນ​ໃຫ້ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍພິ​ເສດ ​ແລະ ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ຢູ່​ຕາ​ແສງ ນາມ​ເກື່ອງ, ​ເມືອງ ຕ໋ຽນຫາຍ, ​ແຂວງ ທ໋າຍບິ່ນ. ກ່າວ​ຄຳ​ເຫັນ​ຕໍ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ຕາ​ແສງ ນາມ​ເກື່ອງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ຕາ​ແສງ ນາມ​ເກື່ອງ ມີ​ຫຼາຍ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 7 ກ່ຽວ​ກັບ​ກະສິກຳ - ຊາວກະສິກອນ ​ແລະ ຊົນນະບົດ, ດີ​ເດັ່ນ​ໃນ​ການ​ປະຕິບັ​ດຄຳ​ສັ່ງ​ເລກທີ 03 ກ່ຽວ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ: ອົງຄະ​ນະ​ພັກ ​ແລະ ປະຊາຊົນ ຕາ​ແສງ ນາມ​ເກື່ອງ ສືບ​ຕໍ່​ສາມັກຄີ, ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິນ, ໝູນ​ໃຊ້​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ທ່າ​ແຮງ​ຂ​ອງ​ຕາ​ແສງ​ເຂດ​ແຄມ​ທະ​ເລ​ເພື່ອພັດທະນາ​ເສດຖະກິດ. ພິ​ເສດ, ຕາ​ແສງ ນາມ​ເກື່ອງ ຄວນ​ລົງທຶນ​ໃຫ້​ແກ່​ພາລະກິດ​ສຶກສາ ບຳລຸງ​ສ້າງ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ​ຢ່າງ​ແຮງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ມອບ​ຂອງຂວັນ 20 ພູດ​ໃຫ້​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ທີ່​ດີ​ເດັ່ນ ​ແລະ ບັນດາ​ຄອບ​ຄົວ​ປະສົມ​ກັບ​ຄວາມ​ຫຍຸ້ງ​ຍາກ​ພິ​ເສດ​ຂອງ​ຕາ​ແສງ ນາມ​ເກື່ອງ.

 

 

 

ຂ່າວ/ບົດ​ອື່ນ