ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ

ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ - ảnh 1
(ພາບປະກອບ: baosonla.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 06 ກັນຍາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູ​ນກາງ ​ໄດ້​ລົງຢື້​ຢາມ​ຖາມ​ຂ່າວ, ລະດົມໃຈ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າຢູ່​ຕາ​ແສງ ຮຸຍ​ເຕີນ, ​ເມືອງ​ຟູ່ອຽນ, ​ແຂວງ​ເຊີນ​ລາ. ຢູ່​ທີ່​ນີ້, ທ່ານ​ນນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ຂອງຂວັນ 30 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ​ໃຫ້​ແກ່​ບັນດາ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊີ​ນຢູ່ຕາ​ແສງ ຮຸຍ​ເຕີນ. ທ່ານ​ນນາງ​ຮອງ​ປະທານ​ປະ​ເທດ ພ້ອມ​ກັບ​ຜູ້ຕາງໜ້າ​ສະພາກາ​ແດງ​ຫວຽດນາມ ກໍ່​ໄດ້​ມອບ​ງົວ 100 ​ໂຕ, ​ແຕ່ລະ​ໂຕ​ມີ​ມູນ​ຄ່າ 10 ລ້ານ​ດົງ, ​ໃນ​ໂຄງການ​ທະນາຄານ​ງົວ ​ໃຫ້​ແກ່​ບັນດາ​ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ, ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຂອງ 2 ຕາ​ແສງ​ໃນ​ບໍລິ​ເວັນ​ແຂວງ ຟູ່ອຽນ. ຮັບຮູ້ບັນດາ​ຜົນງານ​ເຊິ່ງຕາ​ແສງ​ຮຸຍ​ເຕີນ ບັນລຸ​ໄດ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກໍ່​ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ລັດ ຈະ​ສືບ​ຕໍ່​ປະຕິບັດ​ໂຄງການ 30a ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ໄວ ​ແລະ ຍືນຍົງ​ຢ່າງ​ມີ​ປະສິດທິ​ຜົນ, ຈາກ​ນັ້ນ​ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເຂດ​ຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເຂ​ດຫ່າງ​ໄກ່​ຊອກ​ຫຼີກ.
ຂ່າວ/ບົດ​ອື່ນ