ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມຖາມຂ່າວ,ມອບຂອງຂວັນໃຫ້ເດັກເປັນໂລກມະເຮັງ

ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມຖາມຂ່າວ,ມອບຂອງຂວັນໃຫ້ເດັກເປັນໂລກມະເຮັງ - ảnh 1
ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານຢ້ຽມ​ຢາມ​ຖາມ​ຂ່າວ,ມອບ​ຂອງຂວັນ​ໃຫ້​ເດັກ​​ເປັນ​ໂລກ​ມະ​ເຮັງ

(vovworld) - ຕອນ​ບ່າຍ​ວັນ​ທີ 1/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ພ້ອມກັບ​ການ​ນຳ​​ກະຊວງ​ສາທາ​ລະນະ​ສຸກ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ລົງ​ຢ້ຽມຢາມຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ເດັກ 70 ຄົນ​ທີ່​ເປັນ​ໂລກ​ມະ​ເຮັງ​ທີ່​ພວມ​ປິ່ນປົວ​ພະຍາດ​ຢູ່​ພະ​ແນ​ກ​ເດັກນ້ອຍ, ​ໂຮງ​ໝໍ K ຮາກ​ຖານ ​ເຕີນ​ຈ່ຽວ, ຮ່າ​ໂຮ້ຍ. ຂອງຂວັນ​ແຕ່​ລະ​ພູດ​ມີ​ມູນ​ຄ່າ​ກ່ວາ 2 ລ້ານ​ດົ່ງ. ​ເມື່ອ​ແບ່ງປັນ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ແຕ່​ລະ​ຄອບຄົວ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ: ລັດ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ບັນດາ​ທ່ານໝໍ​ຈະ​ຊ່ວຍ​ເຫຼືອ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​​ປິ່ນປົວ​ໃຫ້​ພວກ​ຫຼານ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ  ຢືນຢັນ​ວ່າ:

    “​ໃນ​​ໄລຍະ​ຈະມາ​ເຖິງ, ຢູ່​ທີ່​ນີ້​ຄົນ​ເຈັບສ່ວນ​ຫຼາຍ​ໄດ້ເປັນ​ໂລກ​ມະ​ເຮັງຄວາມ​ເປັນ ​ແລະ ຄວາມ​ຕາຍ​ແມ່ນ​ບໍ່​ແນ່ນອນ, ດັ່ງນັ້ນ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ທ່ານໝໍ​ຈົ່ມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ກ່ອນ​ອື່ນ​ໝົດ​ແມ່ນ​ກູ້​ເອົາ​ຊີວິດ​ຂອງ​ຄົນ​ເຈັບ​ໃຫ້​ຫລຸດ​ຜົ້ນອອກ​ຈາກ​ອາການ​ຮຸນ​ແຮງ, ຫຼັງ​ຈາກ​ນັ້ນ​ແມ່ນ​ປິ່ນປົວ​ໃຫ້​ເປັນ​ຢ່າງ​ດີ, ​ເຮັດ​​ແນວ​ໃດ​ເພື່ອ​ໃຫ້​ຄອບຄົວ​ພວກ​ຫຼານ​ເຊື່ອ​ໝັ້ນ ​ແລະ ພິ​ເສດ​ແມ່ນ​ນຳ​ມາ​ເຊິ່ງຄວາມ​ຫວັງ​ມາໃຫ້​ພວກ​ຫຼານ.”

ຂ່າວ/ບົດ​ອື່ນ