ຮອງປະທານປະເທດ ຫງວຽນທິຢວານ ລົງພົບປະກັບ ຜູ້ມີສິດເລືອກຕັ້ງ

  ຮອງປະທານປະເທດ ຫງວຽນທິຢວານ ລົງພົບປະກັບ ຜູ້ມີສິດເລືອກຕັ້ງ - ảnh 1
ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ
(ພາບ: internet)


Vovworld- ວັນ​ທີ 3/12 ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ແລະ ຄະນະ ສ.ສ.ຊ ແຂວງຮ່ານາມໄດ້ລົງພົບປະກັບຜູ້ມີສິດ ເລືອກຕັ້ງຢູ່ 6 ​ເມືອງ, ນະຄອນ​ໃນ​ແຂວງ​ຮ່າ​ນາມ. ນະ​ທີ່​ນີ້, ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ຄິດ​ເຫັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ​ຂອງບັນດາຜູ້ມີສິດເລືອກຕັ້ງ​ໃນ​ແຂວງ​ຮ່າ​ນາມ, ພ້ອມ​ກັນນັ້ນ, ທ່ານ​ນາງ​ກໍ​ສະ​ເໜີ​ການ​ນຳອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ​ຈົ່ງ​ຮີບ​ຮ້ອນ​ລົງ​ກວດກາ​ບັນດາ​ບັນຫາ​ທີ່ຜູ້ມີສິດ ເລືອກຕັ້ງ​ໄດ້​ສ່ອງ​ແສງ​ເພ​ື່ອມີ​ມາດ​ຕະການ​ແກ້​ໄຂ, ​ໃຫ້​ຄຳ​ຕອບ​ແກ່​ປະຊາຊົນ, ຄື​ບັນດາ​ໂຄງການ​ໃນ​ບໍລິ​ເວນ​ແຂວງ​ປະຕິບັດ​ຢ່າງ​ຊັກ​ຊ້າ, ການ​ບູລະນະປະຕິສັງຂອນ​ປູຊະນີຍະສະຖານ​ຖືກ​ເຊື່ອມ​ຄຸນ​ນະພາ​ບ...... ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຢືນຢັນ​ວ່າ ພັກ ​ແລະ ລັດ​ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ລົງທຶນ​ໃນ​ຂົງ​ເຂດ​ກະ​ສີ​ກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ, ມັນ​ປຽບ​ເໝືອນ​ໜ້າ​ທີ່​ຍຸດ​ທະ​ສາດ​ເພື່ອ​ຮັບ​ປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະ​ບຽງອາຫານ, ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ . ພ້ອມ​ກັບ​ຄວາມ​ເອົາ​ໃຈ​ໃສ່ ລົງທຶນ​ຂອງ​ລັດ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ແລະ ປະຊາຊົນ ກໍຄວນ​ມານະ​ພະຍາຍາມປະຕິບັບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ທ້ອງ​ຖິນ.

ຂ່າວ/ບົດ​ອື່ນ