ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຢ້ຽມຂຳ່ນັບປະທານາທິບໍດີຄົນໃໝ່ ສ ເກົາຫຼີ

ຮອງປະທານປະເທດ ຫງວຽນທິຢວານ  ເຂົ້າຢ້ຽມຂຳ່ນັບປະທານາທິບໍດີຄົນໃໝ່ ສ ເກົາຫຼີ - ảnh 1
ອງປະທານປະເທດ ຫງວຽນທິຢວານ  ເຂົ້າຢ້ຽມຂຳ່ນັບປະທານາທິບໍດີຄົນໃໝ່ ສ ເກົາຫຼີ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ພິທີ​ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye, ວັນ​ທີ 26/2, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ແກ່ ທ່ານ​ນາງ​ປະທານາທິບໍດີ Park Geun – hye, ສົ່ງ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ທີ່​ເຊື້ອເຊີນ​ທ່ານ​ນາງ​ປະທານາທິບໍດີ Park Geun – hye ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.  ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢັ້ງຢືນ​ວ່າ: ລັດ ​ແລະ ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຫວັງ​ຈະສືບ​ຕໍ່​ຊຸກຍູ້​ການ​ພົວພັນ “ຄູ່​ຮ່ວມ​ມື​​ຍຸດ​ທະ​ສາດ” ກັບ ສ​ ​ເກົາຫຼີ ​ໃຫ້ພັດທະນາ​ເລິກ​ເຊິ່ງກ້ວາງ​ແຂວງ​ກ່ວາ​ອີກ. ​ທ່ານ​ນາງ​ປະທານາທິບໍດີ Park Geun – hye  ​ເນັ້ນ​ໜັກ​ວ່າ: ລັດຖະບານ ສ ​ເກົາຫຼີ  ​ແລະ ສ່ວນ​ຕົວ​​ທ່ານ​ນາງ​​ເອງ​ກໍ່ຈະ​ເອົາ​ໃຈ​ໃສ່​ຫຼາຍ​ເຖິງ​ການ​ພັດທະນາ​ການ​ຮ່ວມ​ມື​ກັບ ຫວຽດນາມ. ​ທ່ານ​ນາງ​ປະທານາທິບໍດີ Park Geun – hye ຢັ້ງຢືນ​ວ່າ​ ສ ​ເກົາຫຼີ ຈະ​ມານະ​ພະຍາຍາມ​ພ້ອມ​ກັບ ຝ່າຍ ຫວຽດນາມ ສູ້​ຊົນ​ຍົກວົງ​ເງິນ​ການ​ຄ້າ 2 ຝ່າຍ​​ໃຫ້​ຂຶ້ນ​ເຖິງ 30 ຕື້ USD ​ໃນຊຸມ​ປີ​ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ກັບ​ການ​ນຳ​ຂອງ 3 ກຸ່ມ​ບໍລິສັດ​ໃຫຍ່​ຂອງ ສ ​ເກົາຫຼີ ນັ້ນ​ແມ່ນ: Lotte, Chamvit ​ແລ​ະ LG - ບັນດາ​ກຸ່ມ​ບໍລິສັດ​ພວມ​ມີ​ໂຄງການ​ລົງທຶນ​ຢູ່ ຫວຽດນາມ ​ແລະ ຢ້ຽມຢາມ​ພະນັກ​ງານ, ລັດຖະກອນ​ສະຖານທູດ ຫວຽດນາມ ປະຈຳ ສ ​ເກົາຫຼີ.

ຂ່າວ/ບົດ​ອື່ນ