ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ

ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ຍິງທົ່ວໂລກ - ảnh 1
ທ່ານນາງຮອງ​ປະທານ​ປະ​ເທ​ດ ຫງວຽນ​ທິຢວານ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ
(ພາບ: Thống Nhất-TTXVN)

(vovworld) –  ວັນ​ທີ 6/6, ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 23 ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Kuala Lumpur, ປະ​ເທດ ມາ​ເລ​ເຊຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ 1.100 ທ່ານ, ​ໃນ​ນັ້ນ​ມີ​ການ​ນຳ​ເປັນ​ແມ່ຍິງ ​ແລະ ພັນ​ລະ​ຍາ​ຂອງ​ປະມຸກ​ລັດບາງ​ປະ​ເທດ ​ແລະ ຫຼາຍ​ກຸ່ມ​ບໍ​ລິ​ສັດ ​ແລະ ວິ​ສາ​ຫະກິດ​ໃຫຍ່​ໃນ​ໂລກ. ດ້ວຍ​ຖານະ​ເປັນ​ແຂກພິ​ເສດຂອງ​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ກ່າວ​ປາ​ໄສ​ໃນ​ພິທີ​ໄຂ​ກອງ​ປະຊຸມຊົມ​ເຊີຍ​ຫົວ​ຂໍ້ “​ແມ່ຍິງ - ສ້າງ​ບັນດາ​ພື້ນຖານ​ເສດ​ຖະກິດ​ໃໝ່” ຂອງ​ກອງ​ປະຊຸມ​ປີ​ນີ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ລາຍ​ງານ​ກ່ຽວ​ກັບ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ​ ​ໃນ​​ໄລຍະ​ຜ່ານ​ມາ, ​ແບ່ງປັນ​ບັນດາ​ນະ​ໂຍບາຍ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ຊຸກຍູ້​ບົດບາດ​ຂອງ​ແມ່ຍິງ ຫວຽດນາມ ​ໃນ​ການ​ສ້າງ​ພື້ນຖານ​ເສດຖະກິດ​ໃໝ່​ທີ່ມີ​ລັກສະນະ​ໝັ້ນຄົງ​ກ່ວາ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ ຫວຽດນາມ ພວມ​ບຸລິມະສິດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປ​ັນປົກກະຕິ, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ມຸ້ງ​ໄປ​ເຖິງ​ການ​ເຕີບ​ໂຕ​ຂຽວ ​ແລະ ໝັ້ນຄົງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຍັງຮຽກຮ້ອງ​ຈົ່ງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​​ໃຫ້​ແມ່ຍິງ​​ໃນ​ວຽກ​ງານ ​ແລະ ​ໃນ​ຊີວິດ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່ຍິງ​ສາມາດປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ໃນ​ການ​ສ້າງ​​ເປັນພື້ນຖານ​ເສດຖະກິດ​ໃໝ່.

ຂ່າວ/ບົດ​ອື່ນ