ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດຢູ່ຍີ່ປຸ່ນ

ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມທົ່ວໂລກກ່ຽວກັບການຫຼຸດຜ່ອນໄພທຳມະຊາດຢູ່ຍີ່ປຸ່ນ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ
(ພາບປະກອບ)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 14 – 18/03, ຢູ່​ນະຄອນ Sendai, ​ແຂວງ Miyagi, ປະ​ເທດ​ຍີ່ປຸ່ນ ຈະ​ຈັດ​ກອງ​ປະຊຸ​ມທົ່ວ​ໂລກ​ຄັ້ງ​ທີ 3 ກ່ຽວ​ກັບການຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກໄພ​ທຳ​ມະ​ຊາດ​ຢູ່​ຍີ່ປຸ່ນ. ທ່ານ​ນາງຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວານ ​ໄດ້​ນຳ​ໜ້າ​ຄະນະ​ຜູ​້​ແທນ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon.

   ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ລັດ​ຖະບານ​ບັນດາ​ປະ​ເທດ ​ແລະ ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ພາກ​ພື້ນ ຢືນຢັນຄືນ​ໃໝ່ຄຳ​ໝັ້ນ​ສັນຍາ​ປະຕິບັດ​​ແຜນ​ການ​ເຄື່ອນ​ໄຫວ Hyogo ​ໄລຍະ 2005 – 2015. ນີ້​ແມ່ນ​​ແຜນການ​ເຄື່ອນ​ໄຫວ​ລະອຽດ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມສ່ຽງ​ຈາກໄພ​ທຳ​ມະ​ຊາດ, ​ເຊິ່ງ 168 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ໄດ້ຮັບຮອງ​ເອົາ​​ເມື່ອ​ປີ 2005 ຢູ່​ນະຄອນ Kobe, ​ແຂວງ Hyogo, ຍີ່ປຸ່ນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຍີ່ປຸ່ນ ​​ແນະນຳ​ກັບ​ເພື່ອນມິດສາ​ກົນ​ກ່ຽວ​ກັບ​ບົດຮຽນ​ເຊິ່ງຍີ່ປຸ່ນ ​ໄດ້​ຜ່ານ​ຜ່າ ​ໃນ​ການ​ຟື້ນ​ຟູ​ເຂດ​ຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກຄື້ນ​ຍັກ​ທີ່ເກີດ​ຂຶ້ນ​ໃນ​ເດືອ​ນ 03/2011 ກໍ່​ຄື​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ສາກົນ​ເຂົ້າ​ໃນ​ການປ້ອງ​ກັນ, ຕ້ານ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. ກອງ​ປະຊຸມ​ຈະ​ປຶກສາ​ຫາ​ລື​ບົດຮຽນ, ຂໍ້​ສະ​ເໜີ​ຂອງບັນດາ​ປະ​ເທດ, ພາກ​ພື້ນ​ທີ່​ກ່ຽວຂ​ອງ​ເຖິງ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ…

ຂ່າວ/ບົດ​ອື່ນ