ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມພິທີໄຂ ສົກຮຽນໃໝ່ຢູ່ມະຫາ ວິທະຍາໄລການຄ້າ ຮ່າໂນ້ຍ

ຮອງປະທານປະເທດ ຫງວຽນທິຢວານ ເຂົ້າຮ່ວມພິທີໄຂ ສົກຮຽນໃໝ່ຢູ່ມະຫາ ວິທະຍາໄລການຄ້າ ຮ່າໂນ້ຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​
ມອບ​ທຶນ​ສຶກສາ​ໃຫ້​ແກ່​ບັນດາ​ນັກ​ສຶກສາທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ

(vovworld) - ຕອນ​ເຊົ້າ​ວັນ​ທີ 10/9, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ສົກຮຽນ​ໃໝ່​ຢູ່​ມະຫາ​ວິທະຍາ​ໄລ​ການ​ຄ້າ ຮ່າ​ໂນ້ຍ. ​ໃນ​ສົກຮຽນ​ທີ 49, ມະຫາ​ວິທະຍາ​ໄລ​ການ​ຄ້າ ຮ່າ​ໂນ້ຍ ​ໄດ້​ຄັດ​ເລືອກນັກ​ສຶກສາ 4.000 ຄົນ​ເຂົ້າໂຮງຮຽນ ດ້ວຍ​ບັນດາ​ຂະ​ແໜງ​, ພະແນກຮຽນທີ່ແຕກຕາງກັນ. ພິ​ເສດ, ​ເລີ່​ມ​ແຕ່​ສົກຮຽນ​ນີ້, ​ມະຫາ​ວິທະຍາ​ໄລ​ການ​ຄ້າ ຮ່າ​ໂນ້ຍ ຈະ​ຜັນ​ຂະຫຍາຍ​ການ​ບຳລຸງ​ສ້າງ​ຕາມ​ມາດຖານ​ໃໝ່​ຂອງ​ກະຊວງ​ສຶກສາ, ບຳລຸງ​ສ້າງ, ກໍ່​ຄື​ເພີ່ມ​ທະວີ​ການ​ສຶກສາ​ຕິດ​ພັນ​ກັບພຶດຕິກຳ​ຕົວ​ຈິງ​ເພື່ອ​ແນ​ໃສ່​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່ມີ​ຄຸນ​ນະພາ​ບສູງ​ຕອບ​ສະໜອງຄວາມຕ້ອງການເຊື່ອມ​ໂຍງ​ເຂົ້າກັນ​ການຄ້າ​​ໂລກ. ​ໃນ​ຊຸມ​ປີຜ່ານມາ, ​ໂຮງຮຽນ​ໄດ້​ບຳລຸງ​ສ້າງ​ປະລິ​ຍາ​ຕີ, ປະລິ​ຍາ​ໂທ ນັບ​ພັນ​ຄົນ, ຄຸນ​ນະພາ​ບການ​ສິດສອນ, ຄຸ້ມ​ຄອງ​ໄດ້​ຮັບ​ການ​ຍົກ​ສູງ ​ແລະ ປ່ຽນ​​ໃໝ່​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ຕິດ​ພັນ​ກັບ​ການບຳລຸງ​ສ້າງ​ເປັນ​ປະຈຳ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ບັນດາ​ນັກ​ສຶກສາທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ ​ແລະ ນັກ​ສຶກສາ​ເປັນລູກ​ຂອງ​ນັກຮົບ​ເກົ່າ​ທີ່ຕິດ​ທາດ​ພິດ​ສີ​ສົ້ມ.

ຂ່າວ/ບົດ​ອື່ນ