ຮອງປະທານປະເທດ ຫງວຽນທິຢວານ ໂອ້ລົມສົນທະນາກັບເດັກນ້ອຍ

ຮອງປະທານປະເທດ ຫງວຽນທິຢວານ ໂອ້ລົມສົນທະນາກັບເດັກນ້ອຍ - ảnh 1

ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໂອ້​ລົ​ມສົນທະນາ​ກັບ​ເດັກນ້ອຍ​

(vovworld) – ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ເດັກນ້ອຍ​ແຫ່ງ​ຊາດ​ປີ 2013, ຕອນ​ບ່າຍ​ວັນ​ທີ 9/8, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ, ທ່ານ​ນາງ​ລັດຖະມົນຕີກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈວຽນ ພ້ອມ​ກັບ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ຕ່າງໆ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ເດັກນ້ອຍ​​ໄດ້ມີ​ການ​ໂອ້​ລົມ​ສົນທະນາ, ພົວພັນ​ແລກປ່ຽນ ກັບ​ເດັກນ້ອຍ 171 ຄົນ​ທີ່​ຕາງໜ້າ​ໃຫ້​ແກ່ 29 ​ແຂວງ, ນະຄອນ​ໃນ​ທົ່ວປະ​ເທດ. ທ່ານ​ນາງ​ລັດຖະມົນຕີກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈວຽນ ​ແບ່ງປັນ​ວ່າ: ຜ່ານ​ເວທີ​ປາ​ໄສ​ເດັກນ້ອຍ, ການ​ນຳ​ພັກ, ລັດ, ບັນດາ​ອົງການ​ສັງຄົມ ​ແລະ ບັນດາ​ຜູ້​ທີ່​​ເຂົ້າ​ຮ່ວມ​ການ​ສ້າງ ​ແລະ ປະຕິບັດ​ນະ​ໂຍບາຍ​ໄດ້​ມີ​ໂອກາດ​ພົ​ບປະ, ຮັບ​ຟັງ, ​ແລກປ່ຽນ​ກັບຜູ້​ຕາງໜ້າ​ເດັກ​ນ້ອຍ, ​ເຂົ້າ​ໃຈ ​ແລະ ຕອບ​ສະໜອງນ້ຳໃຈ, ຄວາມມຸ້ງ​ຫວັງ​ຂອງ​ພວກ​ນ້ອງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ຫວັງ​ວ່າ​ຜ່ານ​ບັນດາ​ຂໍ້​ສະ​ເໜີ​ຂອງ​ພວກ​ຫຼານທີ່​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນ​ດາ​ກະຊວງ, ຂະ​ແໜງ​ການ​ໄດ້​ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບວຽກ​ງານ​ທີ່​ໄດ້​ເຮັດ​ໃນ​ໄລຍະ​ຜ່ານ​ມາ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຕ່າງໆ​ໃນ​ປະຈຸ​ບັນ​ກ່ຽວ​ກັບ​ການ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ, ສຶກສາ​ເດັກ​ໃຫ້​ເປັນ​ຢ່າງ​ດີ. ພາຍຫຼັງ​ເວທີ​ປາ​ໄສ​ນີ້, ​ເມື່ອ​ກັບ​ເມືອ​ທ້ອງ​ຖີ່​ນ, ພວກ​ຫຼານ​ຈະ​ສືບ​ຕໍ່ສູ້​ຊົນ​ກາຍ​ເປັນ​ລູກ​ຜູ້​ຮູ້​ຄວາມ, ນັກຮຽນ​ເກັ່ງ.

 

 


ຂ່າວ/ບົດ​ອື່ນ