ຮອງປະທານປະເທດ ຫງວຽນທິຢວານ ໃຫ້ການຕ້ອນຮັບຄະນະຜູ້ແທນນັກທຸລະກິດ 3 ພາກ

ຮອງປະທານປະເທດ ຫງວຽນທິຢວານ ໃຫ້ການຕ້ອນຮັບຄະນະຜູ້ແທນນັກທຸລະກິດ 3 ພາກ - ảnh 1
ພາບປະກອບ ຈາກ tinmoi.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 26/1, ຢູ່​ສຳນັກງານປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽ​ດນາມ ຫງວຽນ​ທິຢວານ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ນັກທຸລະກິດ 3 ພາກ, ​ເນື່ອງ​ໃນ​ໂອກາດ​ຄະນະ​ເຂົ້າ​ຮ່ວມ Gala ນັກທຸລະກິດ 3 ພາກ ຕ້ອນຮັບ​ລະດູບານ​ໃໝ່ ​ໂດຍ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ:  ນັກ​ທຸລະ​ກິດ ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ​ເສົາ​ຄ້ຳ​ເພື່ອ​ພັດທະນາ ດ້ວຍ​ການ​ປະກອບສ່ວນ 40% GDP ​ແລະ ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ 50% ຈຳນວນຄົນ​ງານ. ​ເຖິງ​ວ່າ​ມີຂອບ​ຂະໜາ​ດກາງ ​ແລະ ນ້ອຍ ກໍ່ຕາມ​ແຕ່​ບັນດາ​ການ​ປະກອບສ່ວນ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ຂອງ​ບັນດາ​ວິ​ສາ​ຫະກິດ​ທີ່​ເປັນສະມາຊິກຂອງ​ສະຫະ​ສະມາຄົມ​ແມ່ນ​ການອຸທິດ​ສ່ວນ​ທີ່​ເປັນ​ໜ້າ​ເຄົາລົບ​ນັບຖື. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ຊີ້​ແຈ້ງວ່າ:

“ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ວິ​ສາ​ຫະກິດ, ນັກ​ທຸລະ​ກິດ​ພັດທະນາ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບ. ພວກ​ເຮົາ​ຄວນ​ຊອກ​ຫາ​ວິທີ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ, ​ເຈດ​ຈຳນົງ​ຂອງ​ນັກທຸລະກິດ​ຕ້ອງ​ໄດ້​ຮັບ​ການ​ພັດທະນາ​ກ່ວາ​ອີກ, ບໍ່​ຫວາດ​ຫວັນ​ຕໍ່ຄວາມ​ລຳບາກ,ຫຍຸ້ງ​ຍາກ. ຂ້າພະ​ເຈົ້າ​ເຫັນ​ວ່າ: ບັນດາ​ນັກ​ທຸລະ​ກິດ​ທີ່​ມີ​ທີ່​ຕັ້ງ​ບົດບາດຄື​ປະຈຸ​ບັນ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ພວກ​ເຮົາ​ເສີມ​ຂະຫຍາຍ​ແນວ​ຄິດ​ຈິດ​ໃຈ​ນັກ​ທຸລະ​ກິດ, ສະໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ເຊິ່ງ ກັນ ​ແລະ ກັນ​ຜ່ານກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ຕ່າງໆ, ຊ່ວຍ​ເຫຼືອ​ດ້ານ​ທຶນຮອນ, ​ແລກປ່ຽນ​ບົດຮຽນ​ເພື່ອ​ໃຫ້​ສະຫະ​ສະມາຄົມ​ພັດທະນາ”

 

ຂ່າວ/ບົດ​ອື່ນ