ຮອງປະທານປະເທດ ຫວຽດນາມ Nguyen Thi Doan ເຄື່ອນໄຫວ ຢ້ຽມຢາມ ຍີ່ປຸ່ນ

ຮອງປະທານປະເທດ ຫວຽດນາມ Nguyen Thi Doan ເຄື່ອນໄຫວ ຢ້ຽມຢາມ ຍີ່ປຸ່ນ - ảnh 1
ທ່ານນາງ Nguyen Thi Doan ແລະ ທ່ານ Hideaki Ohmura
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 22/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ໄດ້​ພົບ​ປະ​ກັບ​​ເຈົ້າ​ແຂວງ​​ແຂວງ Aichi, ທ່ານ Hideaki Ohmura, ຢູ່​ນະຄອນ Nagoya, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ “ອະນາຄົດ ອາຊີ” ຄັ້ງທີ 18, ທີ່​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 24 -25/5. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ ​ແລະ ຍີ່ປຸ່ນພວມ​ພັດທະນາ​ຢ່າງ​​ແຂງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຍົກ​ຂອບ​ເຂດ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ເພື່ອ​ສັນຕິພາບ ​ແລະ ຄວາມວັດ​ຖະນາ​ຖາວອນ​ຢູ່​ອາຊີ ​ໃນປີ 2009. ສ່ວນ​ທ່ານ​​ເຈົ້າ​ແຂວງ Ohmura ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ແລ້ວ​ທີ່​ຈະຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວຜ່າ​ເຕັດ​ສົບ​ແວ່ງ ​ແລະ ປາກ​ວີກໃຫ້​ແກ່​ເດັກ​ພິການຢູ່​ຫວຽດນາມ, ກໍ​ຄື​ຮ່ວມ​ມື​ໃນ​ການ​ກວດ ​ແລະ ​ປີ່ນປົວ​ພະຍາດ ​ແລະ ລົງທຶນ​ດ້ານ​ພາຫະນະອຸປະກອນ​ການ​ແພດ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ Nguyen Thi Doan ​ໄດ້​ໄປ​ຢ​້ຽມຢາມ​ສູນ​ສາທາລະນະ​ສຸກ​ເຕັກນິກ​ສູງ ຢູ່​ນະຄອນ Nagoya, ບ່ອນ​ທີ່​ພວມ​ນຳ​​ໃຊ້​ບັນດາ​ພາຫະນະອຸປະກອນການ​ກວດ ​ແລະ ປີ່ນປົວ​ພະຍາດ​ທີ່​ທັນ​ສະ​ໄໝ​ຂອງ ຍີ່ປຸ່ນ. ກ່ອນ​ໜ້າ​ນັ້ນ, , ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ໄປ​ຢ້ຽມຢາມ​ຫໍພິພິຕະພັນ Tokugawa Art ບ່ອນ​ທີ່​ວາງສະ​ແດງ​ກ່ວາ 10.000 ວັດຖຸ​ພັນ​ທີ່​ມີ​ສີສັນ​ຂອງ​ວັດທະນະທຳ ຍີ່ປຸ່ນ​ສະ​ໄໝ​ບູຮານ.

ຂ່າວ/ບົດ​ອື່ນ