ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ງອກ​ທິ້ງ ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ແມ່​ຍິງ​ທົ່ວ​ປະ​ເທດ​ປີ 2019

(VOVWORLD) -ຕອນເຊົ້າວັນທີ 20 ມິຖຸນາ, ຢູ່ແຂວງບັກນິງ, ສູນກາງສະຫະພັນແມ່ຍິງຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງບັກນິງ ຈັດພິທີໄຂ ງານມະຫາກຳກິລາແມ່ຍິງທົ່ວປະເທດປີ 2019 ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ.
 ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ງອກ​ທິ້ງ ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ​ແມ່​ຍິງ​ທົ່ວ​ປະ​ເທດ​ປີ 2019 - ảnh 1

 (ພາບ: http://www.daibieunhandan.vn/)

     ງານມະຫາກຳໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ, ໃນນັ້ນມີນັກກິລາ 300 ຄົນແມ່ນມະຫາຊົນ, ພະນັກງານ, ສະມາຊິກສະຫະພັນແມ່ຍິງທີ່ມາຈາກ 42 ແຂວງ ນະຄອນ ຫົວໜ່ວຍໃນທົ່ວປະເທດ. ບັນດານັກກິລາຈະເຂົ້າຮ່ວມການແຂ່ງຂັນໃນກິລາ 4 ປະເພດ: ບານສົ່ງອາຍນ້ຳ, ຕີດອກປິກໄກ່, aerobic ແລະ ເຕັ້ນເປັນທິມ

  ຜ່ານງານມະຫາກຳ, ຄະນະຈັດຕັ້ງຢາກໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ພະນັກງານ, ສະມາຊິກສະຫະພັນແມ່ຍິງ, ປະຊາຊົນ ກ່ຽວກັບຜົນປະໂຫຍດຂອງການອອກກຳລັງກາຍ, ຫຼີ້ນກິລາ, ເພື່ອປັບສຸຂະພາບໃຫ້ແກ່ຕົນເອງ ແລະ ຄອບຄົວ. ງານມະຫາກຳຍັງແມ່ນການເຄື່ອນໄຫວທີ່ດີ, ມີຜົນປະໂຫຍດຕໍ່ສະມາຊິກສະຫະພັນແມ່ຍິງ, ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນະພາບຊີວິດໃຫ້ແກ່ແມ່ຍິງເວົ້າສະເພາະ ແລະ ປະຊາຊົນເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ