ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ Konstantin Vnukov ແລະ ຄະນະຜູ້ແທນລັດເຊຍ ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ, ແນະນຳກ່ຽວກັບນະຄອນ Ekaterinburg ດ້ວຍຖານະເປັນຜູ້ອອກສະໝັກເປັນເຈົ້າພາບຈັດງານວາງສະແດງໂລກ EXPO 2025 ຢ່າງເປັນທາງການ.

ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບຄະນະຜູ້ແທນສະຫະພັນລັດເຊຍ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ

ຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ Konstantin Vnukov 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ, ໃນໄລຍະຜ່ານມາ ການພົວພັນລະຫວ່າງ 2 ປະເທດໄດ້ມີບັນດາບາດກ້າວພັດທະນາໃໝ່; ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຖືກດຳເນີນເປັນປະຈຳ; ມີການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນນັບມື້ນັບແໜ້ນແຟ້ນ… ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍຮັບຕ້ອນບັນດາໂຄງການລົງທຶນໃໝ່ຈາກບັນດາວິສາຫະກິດລັດເຊຍ ແລະ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດດັ່ງກ່າວລົງທຶນຢ່າງໝັ້ນຄົງ, ຍາວນານ.

        ສ່ວນທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ Konstantin Vnukov ສະແດງຄວາມຫວັງວ່າ, ຫວຽດນາມ ຈະພິຈາລະນາສະໜັບສະໜູນນະຄອນ Ekaterinburg, ສະຫະພັນລັດເຊຍ ອອກສະໝັກເປັນເຈົ້າພາບຈັດງານວາງສະແດງໂລກ EXPO 2025.

ຕອບກັບ

ຂ່າວ/ບົດ​ອື່ນ