ຮອງປະທານປະເທດດັ້ງທິງ້ອກທິງຢ້ຽມຢາມສ.ໂກໂລມບີຢ່າງເປັນທາງການ

ຮອງປະທານປະເທດດັ້ງທິງ້ອກທິງຢ້ຽມຢາມສ.ໂກໂລມບີຢ່າງເປັນທາງການ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ້ອກທິງ​
 ແລະ ທ່ານ​ປະທານາທິບໍດີ Juan Manuel Santos
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ ​ໃນ​ລະຫວ່າງ​ວັນ​ທີ 13 - 16/07 ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິງ້ອກທິງ ນຳ​ໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ຢ້ຽມຢາມ ​ໂກ​ໂລ​ມບີ ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະທານາທິບໍດີ ໂກ​ໂລ​ມບີ Juan Manuel Santos ​ໃນ​ວັນ​ທີ 14/07, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕີ​ລາຄາ​ວ່າການ​ພົວພັນ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ພົວພັນ​ດ້ານ​ການ​ເມືອງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ; ການ​ແລກປ່ຽນດ້ານ​ການ​ຄ້າ 2 ຝ່າຍສືບ​ຕໍ່​ຮັກສາ​ທ່າ​ເຕີບ​ໂຕ​ຢ່າງ​ລຽນຕິດ; ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ບຳລຸງ​ສ້າງ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ ມີ​ບັນດາ​ບາດ​ກ້າວ​ແທ​ດຈິງ…​ການ​ນຳ 2 ປະ​ເທດ​ລ້ວນ​ແຕ່ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ຕັ້ງໜ້າ​ຊຸກຍູ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ພັດທະນາ, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃນ​ທຸກ​ຂົງ​ເຂດ; ສ້າງ​ຕັ້ງ “ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານເສດຖະກິດ - ການ​ຄ້າ, ການ​ລົງທຶນ ​ແລະ ວິທະຍາສາດ - ການ​ເຕັກນິກ” ລະຫວ່າງ​ລັດຖະບານ 2 ປະ​ເທດ​ໂດຍ​ໄວ, ຮັບ​ສາ​ກົນ​ໄກທາ​ບທາມດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ​​ເປັນ​ປະ​ຈຳ ​ແລະ ​ມີ​ປະສິດທິ​ຜົນ…

        ​ແລະ​ກໍ່ໃນ​ວັນ​ດຽວ​ກັນ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ້ອກທິງ ມີ​ການ​​ເຮັດວຽກ​ກັບ​ທ່ານ​ຮອງ​ປະທານາທິບໍດີ ໂກ​ໂລ​ມບີ German Vargas Lieras ​ແລະ ທ່ານ​ນາງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໂກ​ໂລ​ມບີ Maria Angela Holguin.

ຂ່າວ/ບົດ​ອື່ນ