ຮອງປະທານປະເທດດັ້ງທິງອກທິ້ງເຂົ້າຮ່ວມ“ງານບຸນພະຈັນເພື່ອຄວາມໄຝ່ຝັນຂອງເດັກນ້ອຍຫວຽດນາມ2016”

ຮອງປະທານປະເທດດັ້ງທິງອກທິ້ງເຂົ້າຮ່ວມ“ງານບຸນພະຈັນເພື່ອຄວາມໄຝ່ຝັນຂອງເດັກນ້ອຍຫວຽດນາມ2016” - ảnh 1
ງາ​ນບຸນ​ພະຈັນ​ເພື່ອຄວາມ​ໄຝ່ຝັນ​ຂອງ​ເດັກນ້ອຍ ຫວຽດນາມ 2016
(ພາບ: dangcongsan.vn)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ “ງາ​ນບຸນ​ພະຈັນ​ເພື່ອຄວາມ​ໄຝ່ຝັນ​ຂອງ​ເດັກນ້ອຍ ຫວຽດນາມ 2016” ​ເຊິ່ງ​ຈັດຕັ້ງ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 11/9, ຢູ່​ນະ​ຄອນ ດ່າ​ນັ້ງ, ທ່ານ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ​ໄດ້​ສະ​ເໜີ​ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ… ​ແລະ ທົ່ວ​ສັງຄົມສືບ​ຕໍ່​ເອົາ​ໃຈ​ໃສ່, ປະຕິບັດ​ບັນດາ​ນະ​ໂຍບາຍ, ​ລາຍການ​​ໃຫ້​ແກ່​ເດ​ັກນ້ອຍ, ​ເພື່ອ​ເດ​ັກນ້ອຍ​ຢ່າງ​ມີ​ປະສິທິຜົນ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​​ເປັນ​ຢູ່, ກໍ່ສ້າງ​ສະ​ເພາບ​ແວດ​ລ້ອມ​ປອດ​ໄພ, ​ໂປ່ງ​ໃສ, ສະໜິດສະໜົມ​ກັບ​ເດັກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ຖາ​ບັນ​ໂລຫິດ​ສາດ ​- ສົ່ງ​ເລືອດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ອາ​ສາ​ສະໝັກ​ວັນ​ບຸນ​ໄຫວ້​ພະຈັນ​ໃຫ້​ນ້ອງ 2016 ດ້ວຍ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່​ແມ່ນ​ລາຍການ​ບໍລິຈາກ​ເລືອດ “ຂ້າພະ​ເຈົ້າຮັກ​ຮອຍ​ຍິ້ມ​ຂອງ​ເດັກ”. ຢູ່​ແຂວງ ດົ່ງ​ນາຍ, ຕອນ​ຄຳ່​ວັນ​ທີ 11/9, ​ເດັກນ້ອຍ​ປະມານ 1.000 ນ້ອງ ​ເຊິ່ງ​ແມ່ນ​ລູກ​ບັນດາ​ກຳມະກອນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພວມ​ເຮັດ​ວຽກ​ຢູ່​ບັນດາ​ເຂດ​ອຸດສາຫະກຳ​ໃນ​ບໍລິ​ເວນ​ໄດ້​ເຂົ້າ​ຮ່ວມ​ລາຍການ “ງານ​ບຸນ​ໄຫວ້​ພະຈັນ”.


ຂ່າວ/ບົດ​ອື່ນ