ຮອງປະທານປະເທດດັ້ງທິຫງອກທິ້ງເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ50ປີແຫ່ງວັນຂຶ້ນຄອງລາດຂອງກະສັດບຣຸໄນ

(VOVWORLD) -ໂດຍໄດ້ຮັບມອບສິດຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ວັນທີ 06 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 50 ປີແຫ່ງວັນຂຶ້ນຄອງລາດຂອງກະສັດບຣຸໄນ Hassanal Bolkiah, ຢູ່ນະຄອນຫຼວງ Bander Seri Begawan.

ຮອງປະທານປະເທດດັ້ງທິຫງອກທິ້ງເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ50ປີແຫ່ງວັນຂຶ້ນຄອງລາດຂອງກະສັດບຣຸໄນ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ

(ພາບປະກອບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ກ່ອນທີ່ເຂົ້າຮ່ວມງານລ້ຽງ, ກະສັດບຣຸໄນ ໄດ້ຕີລາຄາສູງການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງ, ຂອບໃຈທ່ານປະທານປະເທດ ເຈີນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຈົດໝາຍອວຍພອນ ແລະ ປາດຖະໜາຢາກມີການພົບປະ 2 ຝ່າຍກັບທ່ານປະທານປະເທດ ເຈີນດ້າຍກວາງ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ໃນເດືອນ ພະຈິກ 2017 ຢູ່ດ່ານັ້ງ. ກະສັດບຣຸໄນ ໄດ້ເຫັນດີວ່າ 2 ຝ່າຍຮ່ວມມືຂຸດຄົ້ນບັນດາທ່າແຮງທີ່ມີຢູ່ແລ້ວເປັນຢ່າງດີ ເພື່ອແນໃສ່ຍູ້ແຮງການພົວພັນລະຫວ່າງ 2 ປະເທດ, ນັບທັງ 2 ຝ່າຍ ແລະ ໃນຂອບເຂດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ