ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນ“ກອງທຶນການສຶກສາວືອາຢີງ”

ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນ“ກອງທຶນການສຶກສາວືອາຢີງ” - ảnh 1
(ທ່ານ​ນາງ ດັ້ງ​ທິງ້ອກທິ້ງ ຮອງ​ປະທານ​ປະ​ເທດ
ຕ້ອນຮັບ​ຄະນະ​ຜູ້​ແທນ ກອງ​ທຶນ​ການສຶກສາ ວື​ອາ​ຢີງ)

(vovworld) –  ​ ຕອນ​ເຊົ້າ​ວັນ​ທີ 19/04, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ ດັ້ງ​ທິງ້ອກທິ້ງ ຮອງ​ປະທານ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ ກອງ​ທຶນ​ການສຶກສາ ວື​ອາ​ຢີງ ​ແລະ ສະ​ໂມ​ສອນ​​ເພື່ອ ຮ່ວາງ​ຊາ - ​ເຈື່ອງ​ຊາ​ທີ່​ຮັກ​ແພງ. ທີ່​ພິທີ​ຕ້ອນຮັບ ທ່ານ​ນາງ ດັ້ງ​ທິງ້ອກທິ້ງ ຢືນຢັນ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ ​ເຊິ່ງກອງ​ທຶນ ​ແລະ ສະ​ໂມ​ສອນ​ບັນ​ລຸ​​ໄດ້​​ແມ່ນມີ​ຄວາມ​ໝາ​ຍຢ່າງ​ແທດ​ຈິງ ສ້າງ​ກຳລັງ​ແຜ່​ຂະຫຍາ​ຍສຳລັບ​ວົງ​ຄະນະ​ຍາດ​ສັງຄົມ, ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ, ນັກຮຽນ ນັກ​ສຶກສາທຸກ​ຍາກຫລາຍ​ລຸ້ນຄົນ ​ຢູ່​ເຂດ​ຫ່າງ​ໄກສອກ​ຫຼີກ, ຊົນ​ເຜົ່າ​ເຂດ​ພູດ​ອຍ ມີ​ເງື່ອນ​ໄຂ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ບືນ​ຕົວ​ຂຶ້ນ​ໃນ​ການ​ຮຳ່ຮຽນ, ສ້າງ​ອານາ​ຄົດ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຊີ້​ແຈ້ງວ່າ: ພັກ ​ແລະ ລັດ​ຍາມ​ໃດ​ກໍ່​​ເຄົາລົບ​ນັບຖື​ນ້ຳ​ໃຈ​ກຸສົນ, ​ເພື່ອ​ປະຊາ​ຄົມ​ຂອງ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ໃນ​ຂົງ​ເຂດ​ນີ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ: ກອງ​ທຶນ​ສຶກສາ ວື​ອາ​ຢີງ ​ແລະ ສະ​ໂມ​ສອນ ​ເພື່ອ​ຮ່ວາງ​ຊາ - ​ເຈື່ອງ​ຊາ ທີ່​ຮັກ​ແພງ ຈະ​ມີ​ຫລາຍ​ການເຄື່ອນ​ໄຫວງ​ແທດ​ຈິງຫລາຍ​ຢ່າງ​ທີ່ມີ​ປະສິດທິ​ຜົນ​ກ່ວາອີກໃນ​ໄລຍະ​ຈະ​ມາ​ເຖິງ​.

 

 

ຂ່າວ/ບົດ​ອື່ນ