ຮອງປະທານປະເທດພົບປະກັບຕົວແທນທີ່ດີເດັ່ນໃນການຮັບປະກັນ ຄວາມປອດໄພທາງຄົມມະນາຄົມ

ຮອງປະທານປະເທດພົບປະກັບຕົວແທນທີ່ດີເດັ່ນໃນການຮັບປະກັນ ຄວາມປອດໄພທາງຄົມມະນາຄົມ - ảnh 1
( ພາບປະກອບ )

(vovworld) - ຕອນ​ຄຳ່​ວັນ​ທີ 24/8, ຢູ່​ຫ້ອງ​ວ່າການ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້​ທີ່​ດີ​ເດັ່ນ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຕີ​ລາຄາ​ສູງ​ບັນດາ​ວຽກງານ​ທີ່​ມີ​ຄວາມໝາຍທີ່​ສຸດ​ຂອງ​ບັນດາ​ຜູ້​ແທນ ​ເມື່ອ​ພ້ອມ​ແລ້ວ​ທີ່​ຈະ​ເສັຍ​ສະຫຼະສິດຜົນປະ​ໂຫຍ​ດສ່ວນ​ຕົວ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ລວມຂອງ​ປະຊາ​ຄົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວັງ​ວ່າ ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ມື້​ນີ້​ຈະ​ແມ່ນ​ແກ່ນສານ​ທີ່​ຕັ້ງໜ້າ​ໃນ​ການ​ໂຄສະນາ, ຍົກ​ສູງ​ສະຕິ, ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ການ​ກໍ່ສ້າງ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ຄົມມະນາຄົມ.

ຂ່າວ/ບົດ​ອື່ນ