ຮອງປະທານປະເທດພົບປະສັງສັນກັນບັນດານັກອຸດສາຫະກຳການຄ້າຫວຽດນາມດີເດັ່ນ

ຮອງປະທານປະເທດພົບປະສັງສັນກັນບັນດານັກອຸດສາຫະກຳການຄ້າຫວຽດນາມດີເດັ່ນ - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ພົບ​ປະ​
ສັງ​ສັນກັນນັກ​ອຸດສາຫະກຳ​ການ​ຄ້າທີ່​ດີ​ເດັ່ນ​ປີ 2015
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 3/10, ຢູ່​ສຳນັກງານ​ປະທານ​ປະ​ເທດ ຫວຽ​ດນາມ, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ສັງ​ສັນກັນ​ຜູ້ຕາງໜ້າ​ບັນດາ​ຄອບຄົວ​ນັກທຸລະກິດ​ໄລຍະ​ກ່ອນ​ການ​ລຸກ​ຮຶ້ຂຶ້ນ ແລະ ນັກ​ອຸດສາຫະກຳ​ການ​ຄ້າ ຫວຽດນາມ ທີ່​ດີ​ເດັ່ນ​ປີ 2015, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈີ​ມິນ​ຝາ​ກຈົດໝາຍ​ໃຫ້​ວົງ​ການ​ນັກ​ອຸດສາຫະກຳ​​ການ​ຄ້າ. ທ່ານ​ນາ​ງຮອງ​ປະທານ​ປະ​ເທດສະ​ເໜີ​ບັນດາ​ນັກທຸລະກິດ​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ສະ​ໂມ​ສອນ​ບັນດາ​ນັກ​ອຸດສາຫະກຳ​​ການ​ຄ້າ ຫວຽດນາມ ຕ້ອງ​ອັບ​ເດັດ​ຂໍ້​ມູນ​ຂ່າວສານໃຫ້​ບັນດາ​ນັກທຸລະກິດ​ຂອງ​ຕົນກ່ຽວກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ, ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ຊຽນ, ບັນດາ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ໄດ້​ວາງ​ອອກ ​ເພື່ອ​ມີ​ການ​ກະກຽມ ​ເມື່ອ​ປະຊາ​ຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ເຂົ້າ​ການ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ​ນີ້.


ຂ່າວ/ບົດ​ອື່ນ