ຮອງປະທານປະເທດພົບປະສັງສັນບັນດາຜູ້ແທນທີ່ດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນທົ່ວປະເທດຄັ້ງທີ9

ຮອງປະທານປະເທດພົບປະສັງສັນບັນດາຜູ້ແທນທີ່ດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນທົ່ວປະເທດຄັ້ງທີ9 - ảnh 1
ທ່ານນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ
ກ່າວຄຳເຫັນທີ່ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ ​ທົ່ວ​ປະ​ເທດ​ຄັ້ງ​ທີ9

(vovworld) - ຕອນ​ບ່າຍ​ວັນ​ທີ 5/7, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ພົບ​ປະ​ສັງ​ສັນກັບຜູ້​ແທນທີ່​ດີ​ເດັ່ນ​ 85 ຄົນ​​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ກຳມະກອນ, ລັດຖະກອນ​ແຮງ​ງານ​ທົ່ວ​ປະ​ເທດ​ຄັ້ງ​ທີ 9. ນະທີ່​ນີ້, ທ່ານນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານຢືນ​ຢັນວ່າ: ພັກ ​ແລະ ລັດຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງສິດ, ຜົນ​ປະ​ໂຫຍ​ດອັນຊອບ​ທຳຂອງ​ຊົນ​ຊັ້ນກຳ​ມະກອ​ນ, ຜູ້​ອອກ​ແຮງ​ງານ. ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ ​ແລະ 5 ປີ​ທີ່​ຜ່ານ​ມາ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຂອງສະຫະພັນ​ໃ​ຫຍ່​ແຮງ​ງານ​ ຫວຽດນາມ ຍາມ​ໃດ​ກໍ​ນຳ​ໜ້າ, ສະ​ແດງ​​ໃຫ້​ເຫັນ​ທີ່​ຕັ້ງທີ່​​ເໝາະສົມ​, ເປັນ​​​ບ່ອນ​ເຕົ້າ​ໂຮມຖັນ​ແຖວ​ກຳມະກອນ ​ແລະ ຜູ້​ອອກ​ແຮງງານ ​ຫວຽດນາມ. ຜ່ານ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ, ຊົນ​ຊັ້ນ​ກຳມະກອນ ​ແລະ ຜູ້​ອອກ​ແຮງ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາລະ​ກຳ​ອັນ​ໃຫຍ່​ຫລວງ​ຂອງ​ຕົນ, ​ເປັນ​ກຳລັງຫລັກ​ແຫ​ລ່ງ; ຍາມ​ໃດ​ກໍ​ເມົາ​ມົວ​ຊອກ​ຮູ້​, ມີຫົວຄິດ​ປະດິດ​ສ້າງ​ຫລາຍ​ຢ່າງ​ໃນ​ການດັດ​​ແປງດ້ານ​ເຕັກ​ນິກ; ມີນ້ຳ​ໃຈກຸສົນ, ​ຮັກ​​ແພງມະນຸດ, ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກຊາດ, ສູ້​ຊົນຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍເພື່ອກໍ່​ສ້າງ​ປະ​ເທດ​ໃຫ້​ພັດທະນາ. ທ່ານນາງ​ຮອງ​ປະທານ​ປະ​ເທດສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງສະຫະພັນ​ໃ​ຫຍ່​ແຮງ​ງານ​ ຕ້ອງ​ສືບ​ຕໍ່ສູ້​ຊົນ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍເປັນ​ຢ່າງ​ດີ, ປະກອບສ່ວນຫລາຍ​ກ່ວາອີກ​ເຂົ້າ​ໃນພາລະກິດ​ປ່ຽນ​ໃໝ່ ./.

ຂ່າວ/ບົດ​ອື່ນ