ຮອງປະທານປະເທດຫງວຽນທິຢວານພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ

ຮອງປະທານປະເທດຫງວຽນທິຢວານພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ - ảnh 1
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
(ພາບອິນເຕີນແນັດ)

(vovworld) – ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ວັນ​ທີ 30/9, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຮັບ​ຟັງ ​ແລະ ອະພິປາຍ​ບັນດາ​ຄວາມ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ຮ່າ​ນາມ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ສະ​ເໜີ​ແຂວງ ຮ່າ​ນາມ ຮັບປະກັນ​ຄວາມ​ສົມ​ດູ​ນດ້ານ​ງົບປະມານ​ຂອງທ້ອງ​ຖິ່ນ, ປຸກລະດົມ​ບັນດາ​ແຫຼ່ງທຶນ​ໃນ​ສັງຄົມ ​ເພື່ອ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ສາຂາສະມາຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ; ສືບ​ຕໍ່​ເອົາ​ໃຈ​ໃສ່​ກໍ່ສ້າງ​ຊົນນະບົດ​ໃໝ່; ​ເພີ່ມ​ທະວີ​ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ດ້ານ​ອາຫານ​ໃນ​ບໍລິ​ເວນ​...​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໃສ່​​ໃຈ ຮ່າ​ນາມ ຕ້ອງ​ເອົາ​​ໃຈ​ໃສ່​ແກ້​ໄຂ​ບັນຫາ​ສິ່ງ​ແວດລ້ອມ​ຢູ່​ບັນດາ​ເຂດ​ອຸດສາຫະກຳຄື: ກຳ​ຈັດ​ສິ່ງ​ເສດ​ເຫຼືອ​, ຮັບປະກັນອະນາ​ໄມ​ແຫຼ່ງນ້ຳ, ​ສ້ອມ​ແປງ​ທາງ​ຄົມມະນາຄົມ​ທີ່​ຖືກ​ເປ່​ເພ​ຢ່າງ​ວ່ອງ​ໄວ…ນອກ​ນັ້ນ, ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ດ້ານ​ສະຕິ, ​ແບບ​ແຜນການ​ເຮັດ​ວຽກ​ໃຫ້​ກຳມະກອນ​ຢູ່​ເຂດ​ອຸດສາຫະກຳ

 


ຂ່າວ/ບົດ​ອື່ນ