ຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ລູກຫຼານຕຳຫຼວດທະເລ,ກຳລັງກວດກາການປະມົງ

ຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ລູກຫຼານຕຳຫຼວດທະເລ,ກຳລັງກວດກາການປະມົງ - ảnh 1

ຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ມອບ​ທຶນ​ສຶກສາ​

ໃຫ້​ລູກ​ຫຼານ​ຕຳຫຼວດ​ທະ​ເລ,ກຳລັງ​ກວດກາ​ການ​ປະມົງ
(ພາບ: dantri.com.vn)

(vovworld) –  ວັນ​ທີ 18/8, ສະມາຄົມ​ສົ່ງ​ເສີມ​ການ​ຮຳ່ຮຽນ​ແຂວງ ຮ່າ​ນາມ ​ໄດ້​ຈັດ​ຕັ້ງ​ການ​ມອບ​ທຶນ​ສຶກສາ​ຂອງທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ແລະ ບັນດາ​ນັກ​ອຸປະຖຳ​ໃຫ້​ລູກ​ຫຼານ​ທະຫານ, ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງ​ພວມ​ປະຕິບັດ​ງານ​ຢູ່​ເມືອງ​ເກາະ ​ຮ່ວາງ​ຊາ, ​ເຈື່ອງ​ຊາ ​ແລະ ນັກຮຽນ, ນັກ​ສຶກສາທຸກ​ຍາກ​ທີ່​ຜ່ານ​ຜ່າ​ຄວາມທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ປາດ​ຖະໜາ​ວ່າ: ພວກ​ນ້ອງ​ນັກຮຽນ​ສືບ​ຕໍ່ສູ້ຊົນ​ໃນ​ການ​ຮຳ່ຮຽນ, ​ເພື່ອ​ສ້າງສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ປາດ​ຖະໜາ​ວ່າ: ອຳ​ນາດການ​ບົກ​ຄອງ​ທຸກ​ຂັ້ນ​ແຂວງ ຮ່າ​ນາມ ​​ເອົາ​ໃຈ​ໃສ່ເບິ່ງ​ແຍງກ່ວາ​ອີກ​ເຖິງ​ພາລະກິດການ​ສຶກສາ, ບຳລຸງ​ສ້າງ, ບັນດາ​ນັກ​ອຸປະຖຳ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ໃຫ້​ພວກ​ນ້ອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

        ທີ່​ພິທີ, ນັກຮຽນ, ນັກ​ສຶກສາ​ 325 ຄົນຂອງ​​ແຂວງ ຮ່າ​ນາມ ​ໄດ້​ຮັບ​ທຶນ​ສຶກສາ ​ແລະ ລົດຖີບ​ດ້ວຍ​ມູນ​ຄ່າ​ເກືອບ 700 ລ້ານ​ດົ່ງ. ​ໃນ​ນັ້ນ, ລູກ​ຫຼານ​ທະຫານ, ຕຳຫຼວດ​ທະ​ເລ, ກຳລັງ​ກວດກາ​ການ​ປະມົງທີ່​ພວມ​ປະຕິບັດ​ງານ​ຢູ່​ເມືອງ​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ມີ 26 ຄົນ​ໄດ້ຮັບ​ທຶນ​ສຶກສາ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 3 ລ້ານ​ດົ່ງ.



ຂ່າວ/ບົດ​ອື່ນ