ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມແລະມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງເກາະຟູ໋ກວກ

ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມແລະມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງເກາະຟູ໋ກວກ - ảnh 1
ທ່ານ​ນາ​ງຮອງປະທານ​ປະ​ເທດ ຫງວຽນ​ທິຢວານມອບ​
ຂອງຂວັນ​ໃຫ້​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ
(ພາບ:dantocmiennui.vn)

(vovworld) - ​ວັນ​ທີ 15/7, ທ່ານ​ນາ​ງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ 60 ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ ຢູ່​ເມືອງ​ເກາະ ຟູ໋ກ​ວກ, ​ແຂວງ ກຽນ​ຢາງ ​​ເນື່ອງ​ໃນ​ໂອ​ກາດສະ​​ເຫຼີມສະຫຼອງ 68 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ - ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2015). ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ສະ​ເໜີ​​ໃຫ້ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ສືບ​ຕໍ່​​ເສີມ​ຂະຫຍາຍມູນ​ເຊື້ອ​ການ​ປະຕິວັດ, ພິ​ເສດ​ແມ່ນ​ທະຫານ​ເສ​ຍອົງຄະ, ທະຫານ​​ເຈັບປ່ວຍ ​​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ເພື່ອ​ໃຫ້​​ແກ່​ລຸ້ນລູກລຸ້ນຫຼານປະຕິບັດ​ຕາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ທ້ອງ​ຖິ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ສຳລັບ​ຜູ້​​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ​ແມ່​ຫວຽດນາມ​ວິລະ​ຊົນ, ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດຊາດ​ເປັນ​ຢ່າງ​ດີ. ​ແລະ​ກໍໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​​ໄປ​ໄຫວ້​ອາ​ໄລ ​ແລະ ຖະຫວ​າຍທູບ​ທຽນ​ບັນດານັກ​ຮົບວິລະ​ຊົນ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ສຸສານນັກຮົບເສຍ ສະຫຼະ​ຊີວິດ ເມືອງ​ເກາະ​ຟູກ໋ວກ.

ຂ່າວ/ບົດ​ອື່ນ