ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມພິທີໄຂງານບຸນລະດູບານໃໝ່ ງວ້າເວີນ2016

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມພິທີໄຂງານບຸນລະດູບານໃໝ່ ງວ້າເວີນ2016 - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ຕັດ​​ແຖບ​ຜ້າ​ເປີດ​ສະຫຼອງ​ວັດ ງວ້າ​ເວີນ
(ພາບອິນເຕີແນັດ)

(vovworld) - ​​ ​ ວັນ​ທີ 15/02, ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຢູ່​ແຂວງ ກວາງນີງ ຈັດ​ຕັ້ງພິທີ​ໄຂ​ງານ​ບຸນ​ລະດູບານ​ໃໝ່ ​​ງວ້າ​ເວີນ 2016 ​ແລະ ພິທີ​ເປີດ​ສະ​ຫຼອງ​ວັດ ງວ້າ​ເວີນ ຂຶ້ນ​ກັບ​ເຂດປູຊະນີຍະ​ຖານ​ແຫ່ງ​ຊາດ​ພິ​ເສດ​ປະຫວັດສາດ​ວັດທະນະທຳລາດ​ຊະ​ວົງ ​ເຈີ່ນ ຢູ່​​ເທດສະບານ ດົງ​ຈ່ຽວ ​ແຂວງ ກວາງ​ນີງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດ​​ແຖບ​ຜ້າ​ເປີດ​ສະຫຼອງ​ວັດ ງວ້າ​ເວີນ. ວັດ​ ງວ້າ​ເວີ​ນ ຢູ່​ພູ ບາ​ວດ່າ​ຍ ຂຶ້ນ​ກັບ ຕາ​ແສງ ບີ່​ງ​ເຄ, ​ເທດສະບານ​ ດົງ​ຈ່ຽວ ​ແຂວງ ກວາງ​ນີງ ​ແມ່ນ​ປູຊະນີຍະ​ຖານ​ສຳຄັນ​ທີ 1 ​ໃນ​ເຂດ​ປູຊະນີຍະ​ຖານ​ແຫ່ງ​ຊາດ​ພິ​ເສດ​ລາດ​ຊະ​ວົງ ​ເຈີ່ນ ຢູ່ ດົງ​ຈ່ຽວ. ນີ້​ແມ່ນ​ບ່ອນ ພະພຸດ​ເຈົ້າ​ຊີວິດ ​ເຈີ່ນ​ເຍີນຕົງ ​ເລືອກ​ເຟັ້ນ ​ເພື່ອຖື​ບວດ, ສອນ​ພຸດທະສາສະໜາ​ໃນ​ຊຸມ​ປີສຸດ​ທ້າຍ​ຂອງ​ຊີວິດ ​ແລະ ປະລິນິພານ​ໃນວັນ​ທີ 1/11 ປີວອກ(1308), ສິ້ນ​ສຸດ​,​ໄລຍະ​ຖື​ບວດ ​ແລະ  ກາຍ​ເປັນ​ພະພຸດ. ງານ​ບຸນ​ລະດູບານ​ໃໝ່ ງວ້າ​ເວີນ ປີ 2016 ​ໄດ້ກາຍ​ເປັນ​ງານ​ບຸນ​ທີ່​ເປັນມູນ​ເຊື້ອ​ປະຈຳ​ປີ. ງານ​ບຸນ​ດຳ​ເນີນ​ໄປ​ໃນ 3 ​ເດືອນ ນັບ​ແຕ່​ວັນ​ທີ 9 ​ເດືອນ​ຈຽງ ​ເຖິງ​ທ້າຍ​ເດືອນ 3 ​ໄລ​່ຕາມຈັນທະ​ປະຕິທິນ

 

 

ຂ່າວ/ບົດ​ອື່ນ